ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນຳໂດຍທ່ານ ປອ ເກດແກ້ວ ສີຫາລາດ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 10 ມີນາ 2023, ເປັນກຽດເຂົ້າຮ່ວມມີ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ ແລະ ສູນຝຶກອົບຮົມ ພ້ອມດ້ວຍພະນັກງານລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.
ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານບາງຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຂອງຄະນະກຳມະການສູນກາງແນວລາວສ້າງຊາດ ປະຈຳປີ 2022 ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເປັນຕົ້ນໄດ້ຍົກໃຫ້ເຫັນພາລະບົດບາດ, ສິດ, ໜ້າທີ່ ແລະ ລະບົບການຈັດຕັ້ງຂອງແນວລາວສ້າງຊາດ ແລະ ໄດ້ໃຫ້ຮູ້ວ່າຕະຫຼອດໄລຍະ 1 ປີທີ່ຜ່ານມາ ອົງການແນວລາວສ້າງຊາດ ໄດ້ເອົາໃຈໃສ່ໃນການຈັດຕັ້ງເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ສອງວາລະແຫ່ງຊາດ ຂອງລັດໃຫ້ປະຊາຊົນໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ; ໄດ້ສຶກສາອົບຮົມ-ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ ໂດຍຖືເອົາວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນວຽກງານຍຸດທະສາດທີ່ສຳຄັນ ຂອງແນວລາວສ້າງຊາດ.
ໂອກາດນີ້, ໄດ້ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນບາງວຽກງານທີ່ສຳຄັນຂອງຊາດ ແລະ ຂອງນະຄອນຫຼວງວຽງຈັນ ທີ່ທັງສອງກອງປະຊຸມໄດ້ຮັບຮອງ.
ຂ່າວ+ພາບ: ເຢ
ບກ: ຄຳຜາຍ