ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫະພັນແມ່ຍິງແຂວງສຳເລັດການປາຖະກະຖາວັນສ້າງຕັ້ງແມ່ຍີງສາກົນຄົບຮອບ 110ປີ

ຕອນເຊົ້າຂອງວັນທີ 3 ມີນາ 2020 ສະຫະພັນແມ່ຍິງແຂວງ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 110 ປີ(8 ມີນາ 1910-8 ມີນາ 2020), ທີ່ສະໂມສອນໃຫຍ່ຂອງແຂວງເຊກອງ.
ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານນາງ ບຸນຮຽງ ບຸນຈິດ ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານແນວລາວສ້າງຊາດແຂວງ, ມີທ່ານ ນາງ ວິໄລວັນ ດາລາສິນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ,ມີຮອງປະທານສະຫະພັນແມ່ຍິງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄະນະພະແນກການອ້ອມຂ້າງແຂວງ, ນັກທຸລະກິດຍິງ, ພັນລະຍາການນຳຂັ້ນແຂວງ, ພະນັກງານປະຕິວັດອາວຸໂສ-ບຳນານ, ຄະນະໜ່ວຍຕະຫຼອດຮອດສະມາຊິກສະຫະພັນແມ່ຍິງ. ເຂົ້າຮ່ວມທັງໝົດຈຳນວນ 177 ທ່ານ, ຊາຍ 19 ທ່ານ, ຍິງ 158 ທ່ານ.

info@lfnd.org.la | 021 213754 | (856-21) 453191