ເພື່ອເປັນການສ້າງຂະບວນການຂໍ່ານັບຊົມເຊີຍ ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 62 ປີ (20 ກໍລະກົດ 1955-20 ກໍລະກົດ 2017).
ວັນທີ 14 ກໍລະກົດ 2017 ນີ້, ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ໄປທັດສະນະຢ້ຽມຢາມ ຫໍມູນເຊື້ອສະ ຫະພັນແມ່ຍິງລາວ ນໍາໂດຍທ່ານ ນາງ ຄໍາຕຸ່ນ ໄຊຍະສີງ ຮອງປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ເຊິ່ງໄດ້ຮັບ ຟັງການລາຍງານຫວນຄືນປະຫວັດຄວາມເປັນມາ; ແມ່ຍິງລາວຍາມໃດກໍ່ໄດ້ຄຽງບ່າຄຽງໄຫຼ່ປະຕິບັດເຮັດໜ້າທີ່ປົດປ່ອຍຊາດ ຄຽງຄູ່ກັບເພດຊາຍ ທັງເປັນຜູ້ທີ່ມີຫົວຄິດປະດິດສ້າງເປັນຄົນດຸໝັ່ນຂະຫຍັນພຽນ, ມີສີມືທາງດ້ານການຕໍ່າຫຸກທໍໄໝ, ຫຍິບ ຖັກປັກສຽວທີ່ເປັນເອກະລັກສະເພາະຂອງແມ່ຍິງລາວບັນດາເຜົ່າ, ມີນໍ້າໃຈອັນເດັດດ່ຽວ ຮັກສາມູນເຊື້ອອັນດີງາມຂອງຊາດ. ພ້ອມກັນນີ້, ແມ່ຍິງລາວມີຜົນງານອັນພົ້ນເດັ່ນໃນການເຂົ້າຮ່ວມພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ມູນເຊື້ອການຕໍ່ ສູ້ອັນພິລະອາດຫານຈົນສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ເປັນຂີດໝາຍສໍາຄັນຂອງ ສປປ ລາວ ກ້າວເຂົ້າໄປສູ່ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ. ຜ່ານມາ ແມ່ຍິງໄດ້ພະຍາຍາມຕິດພັນກັບແຜນພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ ໂດຍສະເພາະແມ່ນພະນັກງານເພດຍິງ ຫຼືສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ໄດ້ຮັບການພັດທະນາທຸກດ້ານ ເປັນຕົ້ນ: ທິດສະດີການເມືອງ, ວິຊາສະເພາະນັບມື້ນັບຫຼາຍຂຶ້ນ, ການສົ່ງເສີມຄວາມສະເໝີ ພາບ ລະຫວ່າງ ຍິງ-ຊາຍ ໃນຄອບຄົວໄດ້ເປັນຮູບປະທໍາ.
ນອກຈາກທັດສະນະຢ້ຽມຢາມ ຫໍມູນເຊື້ອແມ່ຍິງ, ສະຫະພັນແມ່ຍິງ ສນຊ ຍັງໄດ້ຈັດກິດຈະກຳແຂ່ງຂັນກິລາ ເປຕັງ ມິດຕະ ພາບ ລະຫວ່າງ ບັນດາໜ່ວຍແມ່ຍິງ ພາຍໃນສຳນັກງານ ສນຊ ໂດຍມີບັນດາທ່ານການນຳ ພ້ອມດ້ວຍພະນັກງານ-ລັດ ຖະ ກອນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟືນ.