ກອງປະຊຸມໃຫຍ່ຂອງພວກເຮົາ ໄດ້ດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ XI ແລະ ໃນກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນ ກາງພັກສະໄໝທີ XI ທີ່ຫາກໍສຳເລັດລົງໃນຕອນເຊົ້າມື້ນີ້ ໄດ້ເລືອກຕັ້ງກົມການເມືອງສູນກາງພັກແລະຄະນະເລຂາ ທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນ ກາງພັກ, ພ້ອມທັງເລືອກປະທານແລະຮອງປະທານຄະນະກວດກາສູນກາງພັກສະໄໝທີXI. ໃນກອງປະຊຸມຄັ້ງນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກສະໄໝທີ X ໄດ້ສະໝັກໃຈບໍ່ສືບຕໍ່ສະ ໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XI ອີກ.
ສະຫາຍ ບຸນຍັງ ວໍລະຈິດ ແມ່ນໜຶ່ງໃນບັນດາການນໍາສູງ ສຸດຂອງພັກ-ລັດ, ແມ່ນນັກຮົບປະຕິວັດທີ່ອາດຫານກ້າ ແກ່ນ ໃນຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ, ສະຫາຍແມ່ນນັກຮັກຊາດທີ່ສູງສົ່ງຍາມໃດກໍມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດພ່ອງຕໍ່ພັກ, ຕໍ່ປະເທດຊາດແລະຕໍ່ປະ ຊາຊົນ; ສະຫາຍແມ່ນການນຳຜູ້ໜຶ່ງທີ່ມີແບບແຜນແລະ ພິບໄຫວໃນການນຳພາ-ຊີ້ນຳ, ມີແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ, ເປັນແບບຢ່າງທີ່ດີ ແລະ ເປັນໃຈ ກາງແຫ່ງການເຕົ້າໂຮມຄວາມສາມັກຄີໃນທົ່ວພັກ, ທົ່ວກອງທັບ ແລະ ປວງຊົນລາວບັນດາເຜົ່າ. ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຮັບການເລືອກຕັ້ງເປັນກຳມະການສົມບູນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີIIIໃນປີ 1982.
ຕະຫລອດໄລຍະ8ສະໄໝກອງປະຊຸມໃຫຍ່ຂອງພັກ, ສະຫາຍລ້ວນແຕ່ໄດ້ຮັບຕໍາແໜ່ງທີ່ສຳຄັນຂອງພັກ ເຊັ່ນ: ເປັນກຳມະການສູນກາງພັກ8 ສະໄໝ, ກໍາມະການກົມການເມືອງສູນກາງພັກ 5 ສະໄໝ, ເປັນຄະນະເລຂາທິການສູນ ກາງພັກ 2 ສະໄໝ ແລະ ເປັນຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ 1 ສະໄໝ, ເປັນເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ 1 ສະໄໝ;ນອກຈາກຕໍາແໜ່ງເບື້ອງພັກແລ້ວ, ສະຫາຍຍັງໄດ້ຮັບຕໍາແໜ່ງເບື້ອງລັດທີ່ສຳຄັນຢູ່ຂັ້ນທ້ອງຖິ່ນ ແລະ ຢູ່ສູນກາງ ລະອຽດຄື: ເປັນເຈົ້າແຂວງແຂວງສະຫວັນນະເຂດ,ເປັນເຈົ້າຄອງນະຄອນ ຫລວງວຽງຈັນ, ປະທານຄະນະກຳມາທິການຮ່ວມມື ແລະ ລົງທຶນຕ່າງປະເທດ, ປະທານຄະນະກຳມາທິການສູນກາງຈັດສັນທີ່ດິນ-ປ່າໄມ້, ເປັນປະທານຄະນະກຳມາທິການສູນ ກາງພັດທະນາຊົນນະບົດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເປັນນາຍົກລັດຖະມົນຕີ, ເປັນຮອງປະທານປະເທດ ແລະ ເປັນປະທານປະເທດ ແຫ່ງ ສປປ ລາວ.
ຕະຫລອດໄລຍະເວລາຫລາຍສິບປີທີ່ໄດ້ຮັບມອບ ໝາຍໜ້າທີ່ສຳຄັນຂອງພັກ-ລັດ,ສະຫາຍມີຄວາມເຂັ້ມງວດໃນດ້ານຫລັກການ, ເຄັ່ງຄັດຕໍ່ລະບຽບວິໄນ, ເອົາໃຈໃສ່ສົ່ງ ເສີມປະຊາທິປະໄຕໃນໝູ່ຄະນະ,ຈິງໃຈຕໍ່ເພື່ອສະຫາຍ,ໃກ້ຊິດຕິດແທດມະຫາຊົນ. ເຖິງແມ່ນວ່າຈະຢູ່ໃນຖານະຕຳ ແໜ່ງໃດ, ຢູ່ບ່ອນໃດ ແລະ ໃນສະພາບການ-ເງື່ອນໄຂໃດ ສະຫາຍ ບຸນຍັງ ວໍລະຈິດ ກໍລ້ວນແຕ່ເຊີດຊູຄັນທຸງນໍາໜ້າຂອງພັກ, ປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີ, ຍຶດໝັ້ນຢ່າງບໍ່ຄອນແຄນໃນແນວທາງ ແລະ ທັດສະນະຫລັກໝັ້ນຂອງພັກ. ພິເສດແມ່ນໄລຍະທີ່ສະຫາຍໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ເປັນປະທານປະເທດແຫ່ງ ສປປ ລາວ, ສະຫາຍໄດ້ເປັນເຈົ້າການປະກອບສ່ວນຄົ້ນຄວ້າກຳນົດ, ຊີ້ນຳຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ສືບຕໍ່ນຳພາສ້າງ ແລະ ບູລະນະລະບອບປະຊາທິ ປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, ເຮັດໃຫ້ປະເທດ ຊາດມີສະຖຽນລະພາບ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວດ້ວຍຄວາມໝັ້ນທ່ຽງ, ລະບອບການເມືອງມີຄວາມໝັ້ນຄົງ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງດີຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ຂອງປະເທດເຮົານັບມື້ສູງເດັ່ນຂຶ້ນໃນເວທີສາກົນ. ຕະຫລອດໄລຍະຜ່ານມາ, ສະຫາຍ ບຸນຍັງ ວໍລະຈິດພ້ອມດ້ວຍໝູ່ ຄະນະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ສາມັກຄີແໜ້ນແຟ້ນ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຈີນ ກໍຄືເພີ່ມທະວີຄວາມສາມັກຄີກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ສາມັກຄີກັບບັນດາປະເທດທີ່ຮັກຫອມສັນຕິພາບໃນໂລກ.
ລວມຄວາມແລ້ວ, ສະຫາຍ ແມ່ນຜູ້ນໍາອາວຸດໂສ ທີ່ໄດ້ມີຜົນງານປະກອບສ່ວນຢ່າງສໍາຄັນ ເຂົ້າໃນການປັບປຸງກໍ່ສ້າງພັກປະຊາຊົນ ປະຕິວັດລາວ, ລັດປະຊາທິປະໄຕປະຊາຊົນລາວ, ກອງທັບປະຊາຊົນ ແລະ ແນວໂຮມແຫ່ງຊາດຂອງພວກເຮົາ. ພັກ, ລັດ ແລະ ປະຊາຊົນເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ໄດ້ມີຜູ້ນຳທີ່ສະຫລາດສ່ອງໃສ, ປີ ຊາສາມາດ. ພວກເຮົາຮຸ່ນສືບທອດຂໍສະແດງຄວາມຮູ້ບຸນ ຄຸນຢ່າງລົ້ນເຫລືອ ແລະ ຈົດຈຳລ້ຳລຶກຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງ ສະຫາຍ ບຸນຍັງ ວໍລະຈິດຈົນເທົ່າໃດໆ; ພ້ອມກັນນັ້ນ ພວກເຮົາຈະສືບຕໍ່ຮ່ຳຮຽນ, ເສີມຂະຫຍາຍມູນເຊື້ອປະຕິວັດອັນເດັດດ່ຽວ ແລະ ແບບ ຢ່າງອັນໃສແຈ້ງຂອງສະຫາຍ, ພ້ອມກັນສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ນຳເອົາພາລະກິດປ່ຽນແປງໃໝ່ກ້າວຂຶ້ນຢ່າງໜັກແໜ້ນຕາມຈຸດໝາຍສັງຄົມນິຍົມ.
ຕາງໜ້າບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ແລະຄະນະບໍລິຫານງານສູນກາງພັກສະໄໝທີ XI ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ, ສືບຕໍ່ຕິດຕາມໃຫ້ຄວາມຕັກເຕືອນ ສັ່ງສອນພະນັກງານຮຸ່ນສືບທອດ, ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມ ນິຍົມເທື່ອລະກ້າວຕາມພັກເຮົາກຳນົດໄວ້.