ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວ ສ້າງຊາດ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກແຂວງ ຫົວພັນຊຸດໃໝ່ ເອົາໃຈໃສ່ ໂດຍສະເພາະແມ່ນຕ້ອງເດັດຂາດແກ້ ໄຂຕໍ່ການປະພຶດແບບອາຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສັດທາ ຂອງປະ ຊາຊົນ ຕໍ່ການ ນໍາພາຂອງພັກ.
ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຫົວພັນ ຄັ້ງທີ X ໃນວັນທີ 3 ພະຈິກ 2020 ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ເອົາໃຈໃສ່ດັ່ງນີ້:
ໜຶ່ງ: ໃຫ້ພ້ອມກັນເຊື່ອມຊຶມທັດສະນະຂອງພັກທີ່ວ່າ: ເຊີດຊູນໍ້າໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງຄວາມເປັນເອກະພາບທາງດ້ານແນວຄິດ, ທັດສະນະຄວາມຮັບຮູ້ ແລະ ການກະທໍາຕົວຈິງ, ສຸມທຸກກໍາລັງແຮງເຂົ້າໃສ່ການພັດທະນາ ແລະ ການຜະລິດສິນ ຄ້າ ໃຫ້ແຂງແຮງ ໂດຍນໍາໃຊ້ທ່າແຮງບົ່ມຊ້ອນ, ນໍາໃຊ້ທີ່ຕັ້ງພູມສາດ-ປະຫວັດສາດ ໃຫ້ມີປະສິດທິຜົນສູງສຸດ ເພື່ອສ້າງ ແຂວງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ.
ສອງ: ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ບັນດາສະຫາຍກັບເມືອປັບປຸງຮາກຖານພັກໃຫ້ມີການຫັນ ປ່ຽນ, ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນກ່ວາເກົ່າ ໂດຍໃຫ້ຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນໃຈກາງ, ຍົກສູງຄວາມສາມາດນໍາພາຂອງບັນດາສະຫາຍສະມາຊິກພັກ ແລະ ຄະນະພັກແຕ່ລະຂັ້ນຂຶ້ນສູ່ລະດັບ ໃໝ່, ຂະແໜງການກ່ຽວຂ້ອງ ແລະ ຄະນະພັກແຕ່ລະຂັ້ນ ຕ້ອງກໍາແໜ້ນແນວທາງ, ນະໂຍບາຍ, ມະຕິຄໍາສັ່ງຂອງພັກ ແລະ ກົດໝາຍຂອງລັດທີ່ວາງອອກແຕ່ລະໄລຍະ ໂດຍໃຫ້ມີການຄົ້ນຄວ້າຜັນຂະຫຍາຍເປັນນິຕິກໍາ ຂັ້ນຂອງຕົນຢ່າງຖືກ ຕ້ອງສອດຄ່ອງ, ຮັດກຸມເປັນລະບົບຄົບຊຸດ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພ້ອມທັງກໍານົດແຜນ ແລະ ຈຸດສຸມສູ້ຊົນ ລະອຽດ ແລ້ວແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນນໍາພາຈັດຕັ້ງປະຕິບັດຕົວຈິງ.
ສາມ: ເອົາໃຈໃສ່ນໍາພາ-ຊີ້ນໍາແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາ ລະບົດບາດຂອງຕົນໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງມະຫາຊົນ ເຂົ້າຮ່ວມໃນການປະ ຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດໃຫ້ແຂງແຮງຂຶ້ນຕື່ມ; ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂສະດວກ ໃຫ້ແນວລາວສ້າງຊາດ ແລະ ບັນດາການຈັດຕັ້ງມະຫາຊົນ, ປະຕິບັດບົດບາດໃນການຕິດຕາມ ກວດກາການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກຂອງສະພາດັ່ງກ່າວ, ອົງການບໍລິຫານປົກຄອງທ້ອງ ຖິ່ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພະນັກງານລັດຖະກອນ ໂດຍຜ່ານຄໍາຄິດຄໍາເຫັນ, ການສະ ເໜີຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ເພື່ອແນໃສ່ສ້າງລັດ ເຮົາປອດໃສສົມກັບເປັນ ລັດຂອງປະ ຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.
ສີ່: ສືບຕໍ່ເພີ່ມທະວີນຳພາວຽກງານ ປກຊ-ປກສ ເພື່ອໃຫ້ທົ່ວແຂວງມີຄວາມສະຫງົບປອດໄພ ແລະ ເປັນລະ ບຽບຮຽບຮ້ອຍຢ່າງໜັກແໜ້ນ, ໂດຍສະເພາະ ແມ່ນຢູ່ແຂວງຫົວພັນ ເຊິ່ງແມ່ນເຂດທີ່ໝັ້ນແນວຫຼັງຍຸດທະສາດສໍາຄັນ, ແມ່ນເປົ້າໝາຍທໍາລາຍພິເສດຂອງສັດຕູ ເຮັດໃຫ້ວຽກນີ້້ກາຍເປັນໜ້າທີ່ຂອງທົ່ວປວງຊົນຢ່າງແທ້ຈິງ; ຄະນະພັກທຸກຂັ້ນ ຕ້ອງເພີ່ມທະວີການສຶກສາອົບຮົມພະນັກງານຂອງຕົນ ໃຫ້ມີສະຕິລະວັງຕົວຕໍ່ທຸກຮູບແບບກົນອຸບາຍຫັນປ່ຽນໂດຍສັນຕິ ເພື່ອສາມາດເປັນເຈົ້າການຕອບຕ້ານ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງທ້ອງຖິ່ນຕົນໃຫ້ດີ; ແຂ່ງຂັນກັນສ້າງກົມ ກອງແຂງ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການປັບປຸງວິໄນ ແລະ ຄຸນນະພາບຂອງໃຫ້ເຂັ້ມງວດ, ໜັກແໜ້ນເຂັ້ມແຂງ ແລະ ມີສະຕິກຽມພ້ອມສູ້ຮົບ; ຕ້ອງເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກໍາລັງປະກອບອາວຸດ, ຍົກສູງນໍ້າໃຈເສຍສະຫຼະເພື່ອຊາດເພື່ອປະຊາຊົນ ຂອງຖັນແຖວນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ;
ຫ້າ: ບັນດາສະຫາຍຕ້ອງສຸມໃສ່ພັດທະນາເສດຖະກິດຕາມທ່າແຮງຂອງແຂວງ ສ້າງພື້ນຖານເສດຖະກິດໃຫ້ຂະ
ຫຍາຍຕົວຢ່າງໝັ້ນທ່ຽງ ຕາມທິດສີຂຽວ ແລະ ຍືນຍົງ, ບໍ່ສ້າງພາລະໜີ້ສິນໜັກໜ່ວງໃຫ້ຄົນຮຸ້ນຕໍ່ໄປ; ໃນນີ້, ໃຫ້ຍູ້ແຮງ ແລະ ເສີມຂະຫຍາຍບັນດາທ່າແຮງທີ່ເປັນມູນເຊື້ອຄວາມອາດສາມາດຕົວຈິງຂອງປະຊາຊົນບັນດາເຜົ່າທີ່ໂດດເດັ່ນ ແລະ ມີເອກະລັກ ເປັນຕົ້ນແມ່ນດ້ານກະສິກຳ, ດ້ານຫັດຖະກໍາທໍຜ້າ, ການປຸງແຕ່ງອາຫານ ແລະ ອື່ນໆ; ພ້ອມນັ້ນ, ກໍໃຫ້ ເອົາໃຈໃສ່ຕື່ມການຄຸ້ມຄອງ ແລະ ບໍລິຫານຈັດການໃນການຂຸດຄົ້ນຊັບພະຍາກອນທໍາມະຊາດ ແລະ ເຄື່ອງປ່າຂອງດົງ ໃຫ້ຮັດກຸມ.
ຫົກ: ໃຫ້ເອົາໃຈໃສ່ສືບຕໍ່ປັບປຸງຍົກລະດັບຄຸນນະພາບການຮຽນ-ການສອນ, ແກ້ໄຂຄູບໍ່ໄດ້ມາດຖານ, ແກ້ໄຂ ສະ ພາບນັກຮຽນປະລະການຮຽນ ໄປມົ້ວສຸມນໍາສິ່ງບໍ່ດີຕ່າງໆ, ຍົກລະດັບຄວາມສາມາດ ແລະ ຈັນຍາບັນຂອງພະນັັກ ງານແພດໝໍ ຖືເອົາການຮັບໃຊ້ປະຊາຊົນເປັນກົກສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມ ທີ່ ເປັນເອກະລັກຂອງບັນດາເຜົ່າພາຍໃນແຂວງ ໃຫ້ຖືກຕ້ອງ; ເອົາໃຈໃສ່ພັດທະນາສີມືແຮງງານ, ສ້າງວຽກເຮັດງານທໍາ, ຄຸ້ມຄອງແຮງງານໃຫ້ດີກ່ວາເກົ່າ. ເອົາໃຈໃສ່ສືບຕໍ່ປະຕິບັດນະໂຍບາຍຕໍ່ພະນັກງານ, ນັກຮົບເກົ່າ, ພະນັກງານບໍານານ ໃຫ້ຖືກຕ້ອງ ແລະ ທົ່ວເຖິງ.
ເຈັດ: ໃຫ້ບັນດາສະຫາຍຈົ່ງສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຢູ່ພາຍໃນຄະນະພັກຊຸດໃໝ່ ໃຫ້ ເປັນປຶກແຜ່ນແໜ້ນໜາ ແລະ ຜູ້ທີ່ເປັນການນໍາ, ເປັນຫົວໜ້າຕ້ອງເປັນແບບ ຢ່າງໃຫ້ຂັ້ນລຸ່ມ, ຜູ້ເປັນສະມາຊິກພັກ ຕ້ອງເປັນແບບຢ່າງໃຫ້ມະຫາຊົນ, ຜູ້ເປັນພະນັກງານຕ້ອງເປັນແບບຢ່າງໃຫ້ປະຊາຊົນ, ສ້າງແບບແຜນດໍາລົງຊີວິດທີ່ຖືກ ຕ້ອງ, ປອດໃສຂາວສະອາດ, ດຸໝັ່ນ, ປະຫຍັດ, ມີທັດສະນະຫຼັກໝັ້ນ ແລະ ຄຸນສົມບັດສີນທໍາປະຕິວັດຢ່າງແທ້ຈິງ; ສືບ ຕໍ່ປັບປຸງແບບ ແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ໃຫ້ເຂົ້າສູ່ລະບຽບຫຼັກການ, ປະຕິບັດຫຼັກການລວມສູນ ປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ກໍານົດແຈ້ງຂອບເຂດ, ຄວາມຮັບຜິດຊອບ ແລະ ແບ່ງງານ ກັນໃຫ້ລະອຽດຈະແຈ້ງ, ປະຕິບັດລະບອບສ່ອງແສງລາຍງານ ລະຫວ່າງສາຍຕັ້ງ-ສາຍຂວາງ, ຂັ້ນລຸ່ມ-ຂັ້ນເທິງ ແລະ ຂໍ ທິດຊີ້ນໍາຢ່າງເປັນປົກກະຕິ, ທັນການ; ປະຕິບັດການຫັນລົງຮາກຖານ, ຕິດແທດກັບຕົວຈິງ ແລະ ແກ້ໄຂບັນຫາຕົວຈິງ ຢູ່ຮາກຖານເປັນປະຈໍາ. ພ້ອມນັ້ນ, ໃຫ້ເພີ່ມທະວີການຊີ້ນໍາ ແລະ ຍູ້ຂະບວນການດ້ານຕ່າງໆໃຫ້ຟົດຟື້ນ, ແຂງແຮງຕື່ມ ອີກ ເປັນຕົ້ນແມ່ນ ຂະບວນຮັກຊາດ ແລະ ພັດທະນາ, ຂະບວນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕ່າງໆ ທີ່ ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ອົງຄະນະພັກຂອງຕົນໃນຄັ້ງນີ້ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານທົ່ວແຂວງຢ່າງແທ້ຈິງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຫົວພັນ ຄັ້ງທີ X ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ພາຍ ຫຼັງດໍາເນີນມາເປັນເວລາ 2 ວັນ, ເຊິ່ງກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນພິຈາລະນາຢ່າງເລິກເຊິ່ງ ແລະ ໄດ້ເປັນເອກະພາບຕໍາການຕີລາຄາຈຸດດີ ຜົນສໍາເລັດ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ ທີ່ໄດ້ຍົກໃນລາຍງານການເມືອງ, ໄດ້ເປັນເອກະພາບຮັບຮອງເອົາບັນດາຄາດໝາຍສູ້ຊົນໃນ 5 ປີແຕ່ນີ້ຮອດປີ 2025.
ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງ ຫົວພັນ ຄັ້ງທີ X ໄດ້ເລືອກ ຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ ຍິງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ ຫົວພັນ ຄັ້ງທີ X, ສະຫາຍ ນ ອໍາໄພວອນ ລ້ອມບຸນແພງ ແລະ ສະຫາຍ ເພີດ ມາປັນຍາ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ໄດ້ເລືອກຕັ້ງເອົາປະທານ ຮອງປະທານ ກວດກາພັກແຂວງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຈໍານວນ 40 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ ຍິງ 1 ສະຫາຍ.