ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫາຍ ປະທານ ສນຊ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງສະຫາຍເລຂາຄະນະພັກນະຄອນໂຮ່ຈີ່ມິນ

ໃນວັນທີ  26 ພຶດສະພາ 2022 ນີ້ ທີ່ສູນກາງແນວລາວສ້າງຊາດ(ສນຊ), ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງສະຫາຍ ຫງວຽນ ວັນ ເນນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິນ ພ້ອມດ້ວຍຄະນະ.

ສະຫາຍ ປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງສະຫາຍ ຫງວຽນ ວັນ ເນນ ໃນຄັ້ງນີ້, ຊຶ່ງປີ 2022​ ເປັນປີທີ່ສອງພັກ ສອງລັດ ສະເຫລີມສະຫລອງ​ 2 ວັນປະຫວັດສາດ ​ເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມເວົ້າລວມ ເວົ້າສະເພາະແມ່ນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈິມິນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເພີ່ມພູນຄູນສ້າງຂື້ນເລື້ອຍໆ.

ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ວັນ ເນນ ກໍສະແດງຄວາມຂອບໃຈ ຕໍ່ສະຫາຍ ສິນລະວົງ ຄຸດໄພທູນ ທີ່ໄດ້ຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ລາຍງານສະພາບການສະກັດກັ້ນພະຍາດໂຄວິດ-19​ ແລະແຈ້ງຈຸດປະສົງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໄດ້ຄັ້ງນີ້ ໃຫ້ ສະຫາຍ ປະທານ ສນຊ ໄດ້ຮັບຊາບ ​ພ້ອມທັງເຊື້ອເຊີນຄະນະຜູ້ແທນຄະນະກຳມະການ ສນຊ​ ໄປຢ້ຽມ​ຢາມ​ນະຄອນໂຮ່ຈິມິນ ໃນໂອກາດທີ່ເໝາະສົມ.

info@lfnd.org.la | 021 213754 | (856-21) 453191