ການມີສ່ວນຮ່ວມຂອງພາກທຸລະກິດເອກະຊົນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄຳປ່າແໜ ເມືອງຊົນບູລີ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະ ຫວັນນະເຂດ ເປົ້າໝາຍເພື່ອຫັນປ່ຽນການດຳລົງຊີວິດແບບເລື່ອນລອຍ “ຂໍທານ” ໃຫ້ມາອອກແຮງງານເຮັດກິນຢູ່ກັບທີ່.
ສະຫາຍ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ ແລະ ນໍ້າກ້ອນ ໂລມາຄຳ ແຂວງສະຫວັນນະເຂດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ ແທນຄັ້ງທີ XI ຂອງພັກໃນຫົວ ຂໍ້: ການມີສ່ວນຮ່ວມຂອງພາກທຸລະກິດເອກະຊົນໃນການແກ້ ໄຂຄວາມທຸກຍາກຂອງປະຊາ ຊົນຢູ່ບ້ານຄຳປ່າແໜ ເມືອງຊົນບູລີ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ຊຶ່ງສະຫາຍໄດ້ກ່າວວ່າ: ບ້ານຄຳປ່າແໜ ແລະ ບ້ານປ່າກ້ວຍ ມີ 261 ຄອບຄົວ, ມີ 1.528 ຄົນ, ຊົນເຜົ່າບຣູ ເປັນເຂດຊົນນະບົດ, ດິນປ່າໂຄກປົນຊາຍ, ຫີນແຮ່, ແຫ້ງແລ້ງ, ຂາດແຫຼ່ງນໍ້າ, ການດຳລົງຊີ ວິດຂອງປະຊາຊົນຈໍານວນໜຶ່ງ ເຮັດນາປູກເຂົ້າແຕ່ບໍ່ກຸ້ມກິນ ແລະ ອີກຈຳນວນໜຶ່ງອາໄສການຂໍທານລ້ຽງຊີບ. ອີງຕາມການຕົກລົງເຫັນດີຈາກຂັ້ນເທິງບວກຕື່ມກັບຄວາມສະໝັກໃຈຂອງຂ້າພະເຈົ້າໃນການເຂົ້າມາມີສ່ວນຮ່ວມແກ້ໄຂຄວາມທຸກຍາກຂອງປະຊາຊົນ ຈຶ່ງໄດ້ຍິນດີປະກອບສ່ວນຊັບສ່ວນຕົວຈຳນວນໜຶ່ງພ້ອມທັງເຫື່ອແຮງສະຕິປັນຍາສຸມໃສ່ລົງປະຕິບັດຕົວຈິງ ສ້າງພື້ນຖານການຜະລິດຫຼາຍສິ່ງ ຫຼາຍຢ່າງອັນຈຳເປັນແບບຍືນຍົງຄົງຕົວ ພາປະຊາຊົນອອກແຮງງານເຮັດການຜະລິດຕົວຈິງຢູ່ກັບທີ່, ການຊ່ວຍເຫຼືອໄລຍະທີ 1 ໃນປີ 2016 , ໄລຍະທີ 2 ປີ 2017-2018, ໃນ 3 ປີລວມ 77 ຄອບຄົວ, 482 ຄົນ, ໃນໄລຍະ 3 ປີໄດ້ປະກອບໃຫ້ກັບປະຊາຊົນທັງ 2ບ້ານໃນການສ້າງກອງທຶນເຂົ້າ, ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື, ກົນຈັກຮັບໃຊ້ການຜະລິດ, ພາຫະນະບໍລິຫານ, ໄດ້ຈັດສັນດິນປຸກສ້າງ, ດິນທຳ ການຜະລິດ, ເຈາະນໍ້າບາດານ, ສ້າງເຮືອນໃຫ້, ສ້າງບ່ອນຮຽນ ຮູ້ກິດຈະກຳຕ່າງໆ, ສ້າງໂຮງ ຮຽນ, ໂຮງໝໍນ້ອຍ, ຕະຫຼາດນ້ອຍ, ສ້າງຫ້ອງການບ້ານ, ສະໂມສອນ, ສ້າງຫ້ອງນໍ້າ, ປະກອບຕູ້ຢາປະຈຳສູນ, ເຮັດບັດປະກັນສັງຄົມ, ສ້າງກອງທຶນສຸຂະພາບ, ສ້າງສາງເກັບມ້ຽນເຂົ້າ, ຕັ້ງໂຮງສີເຂ້ົາ, ຕັ້ງກອງທຶນເຂົ້າເປືອກ, ສ້າງທາງໃໝ່, ຈົກໜອງປາ, ສະໜອງແນວພັນ, ໃຫ້ແນວພັນສັດລ້ຽງ, ຜົນຜະລິດຕ່າງໆທີ່ປະຊາຊົນຜະລິດໄດ້ທາງໂຄງການຈະຮັບເກັບຊື້ໃຫ້ທັງໝົດ, ຄອບຄົວຂ້າພະເຈົ້າໄດ້ຊ່ວຍເຫຼືອມູນຄ່າ 15ຕື້ກວ່າກີບ. ນອກຈາກນັ້ນ, ຍັງມີຫຼາຍພາກສ່ວນໃນສັງຄົມປະກອບສ່ວນຕື່ມມູນຄ່າ 7 ຕື້ກວ່າກີບ, ການຊ່ວຍເຫຼືອໃນ 3 ປີລວມ 22 ຕື້ກວ່າກີບ, ໃນປີ 2019ການນຳແຂວງໄດ້ສະຫຼຸບສັງລວມໃນ 3 ປີການມີສ່ວນຮ່ວມຂອງຂ້າພະເຈົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນ 2 ບ້ານໄດ້ມີຜົນສຳເລັດທີ່ໜ້າຊື່ນຊົມ ແລະ ໄດ້ປິດໂຄງການນີ້.
ສະຫາຍ ເກຍ ອູ໊ສິດທິເດດ ໄດ້ເນັ້ນໃຫ້ຮູ້ອີກວ່າ: ການ ຊ່ວຍເຫຼືອໃນໄລຍະ 3 ປີ ຂອງຂ້າພະເຈົ້າພ້ອມດ້ວຍການ ຈັດຕັ້ງທາງສັງຄົມໄດ້ສ້າງພື້ນ ຖານການຜະລິດຫຼາຍຢ່າງເກີດໜໍ່ແໜງທາງດ້ານນິເວດດີຂຶ້ນ, ຊີວະນາໆພັນພາຍໃນທ້ອງຖິ່ນດັ່ງກ່າວ, ເປັນເງື່ອນໄຂສະດວກໃນການທຳມາຫາກິນ, ປະຊາຊົນສ່ວນຫຼາຍໄດ້ຫັນ ປ່ຽນພຶດຕິກຳການດຳລົງຊີວິດແບບເກົ່າ ໄດ້ຫັນມາເປັນເຈົ້າການອອກແຮງງານເຮັດກິນຢູ່ກັບທີ່ດ້ວຍຄວາມຮູ້ສຶກເປັນເຈົ້າຂອງຊັບສິນຫຼາຍຂຶ້ນ, ມີຫຼາຍຢ່າງເປັນຂອງຕົນເອງ ຊຶ່ງໃນເມື່ອກ່ອນພວກເພິ່ນບໍ່ເຄີຍມີ. ຜ່ານການຈັດຕັ້ງປະຕິບັດໃນ 3 ປີ ຕົນເອງກໍເຫັນໄດ້ເຖິງຄວາມເປັນຫ່ວງເປັນໃຍຈາກການນໍາຂັ້ນຕ່າງໆໄດ້ລົງມາຢ້ຽມຢາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈໃນການປະຕິບັດໂຄງການຢ່າງໃກ້ຊິດ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ມີສ່ວນຮ່ວມນໍາການຈັດຕັ້ງຂອງພັກ-ລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງໃນປັດຈຸ ບັນຂ້າພະເຈົ້າກໍຍັງສືບຕໍ່ປະ ກອບສ່ວນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃນ 2 ບ້ານຢູ່ເມືອງນອງ ແຂວງສະຫວັນນະເຂດໂດຍມີຊື່ໂຄງການວ່າ: ໂຄງການຮ່ວມໃຈສາຍໃຍໂລມາຄຳ.