ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບການເຄື່ອນໄຫວຂອງ ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າ

       ວັນທີ 20 ກັນຍາ 2023 ນີ້, ທີ່ສູນກາງແນວລາວສ້າງຊາດ ຄະນະທີ່ປຶກສາວຽກງານຊົນເຜົ່າສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າຂຶ້ນ ໂດຍການເປັນປະທານ ຂອງທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າ ເປັນກຽດເຂົ້າຮ່ວມ ຂອງທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີທ່ານ ໄທລໍ່ ຫວາເຊັ້ງ ຄະນະປະຈຳ ສນຊ ຫົວໜ້າກົມຊົນເຜົ່າ, ບັນດາທ່ານຄະນະທີ່ປຶກສາ ພ້ອມດ້ວຍພະນັກງານ ກົມຊົນເຜົ່າເຂົ້າຮ່ວມ.
     ວຽກງານຊົນເຜົ່າແມ່ນການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບຊົນເຜົ່າເຊັ່ນ ການກໍານົດນະໂຍບາຍ, ນິຕິກໍາ, ການສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ເພື່ອປົກປ້ອງ ແລະ ພັດທະນາຊົນເຜົ່າໃຫ້ຄົງຕົວ ແລະ ຂະຫຍາຍຕົວຢູ່ບົນຜືນແຜ່ນດິນ ແຫ່ງ ສປປ ລາວ ມີຄວາມສາມັກຄີ, ສະເໜີພາບ, ເຄົາລົບນັບຖື ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ.
     ໃນກອງປະຊຸມໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວ ຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າ 6 ເດືອນຕົ້ນປິ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕະຫຼອດໄລຍະຜ່ານມາຄະນະທີ່ປຶກສາ ແລະ ຄູ່ຮ່ວມງານວຽກງານຊົນເຜົ່າໄດ້ເຄື່ອນໄຫວຕາມສິດ ແລະ ໜ້າທີຂອງຕົນ ເປັນຕົ້ນແມ່ນໄດ້ປຸກລະດົມສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນລາວບັນດາຊົນເຜົ່າ ໃນຂົງເຂດຄວາມຮັບຜິດຊອບ, ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າທີ່ມີຄວາມທຸກຍາກ ອັນພົ້ນເດັ່ນກວ່າໝູ່ ແມ່ນຄະນະທີ່ປຶກສາວຽກງານຊົນເຜົ່າໄດ້ລະດົມທືນ ສ້າງໂຮງຮຽນ ຢູ່ບ້ານ ຄອນວັດ, ເມືອງລ້ອງຊານ ແຂວງ ໄຊສົມບູນ ເປັນມູນຄ່າ 1 ຕື້ກີບ ຄາດວ່າຈະສ້າງສໍາເລັດໃນທ້າຍປີ 2023 ນີ້, ໄດ້ປັບປຸງຫໍວາງສະແດງບັນດາຊົນເຜົ່າ ທີ່ສວນພຶກສາ ເພື່ອເປັນສູນການຮຽນຮູ້, ວິຖີຊີວິດຂອງບັນດາຊົນເຜົ່າໃນ ສປປ ລາວ ນອກຈາກນີ້ ຍັງໄດ້ລົງຊຸກຍູ້ເກັບກໍາສະພາບການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງຊົນເຜົ່າກຣີ ຢູ່ແຂວງໄຊຍະບູລີ ພ້ອມກັນນັ້ນ, ໄດ້ວາງທິດທາງແຜນການທີ່ຈະສືບຕໍ່ເຄື່ອນໄຫວໃນ 6 ເດືອນທ້າຍປີ 2023 ຄື: ລົງເກັບກໍາຂໍ້ມູນຂອງບາງຊົນເຜົ່າ, ລົງຊຸກຍູ້ ແລະ ໃຫ້ການຊ່ວຍເຫຼືອແກ່ຊົນເຜົ່າທີ່ທຸກຍາກ ຢູ່ຫ່າງໄກສອກຫຼິກ.
ບກ: ກົງແກ້ວ
ຂ່າວ+ພາບ: ສຸວັນລີ
info@lfnd.org.la | 021 213754 | (856-21) 453191