ສູນກາງແນວລາວສ້າງຊາດ

Lao Front For National Development

ສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ

ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສາ້ງຊາດ(ສນຊ) ຈັດກອງປະຊຸມສະຫຼຸບວຽກງານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ຂຶ້ນໃນວັນທີ 23 ພະຈິກ 2020 ທີ່ສູນກາງແນວລາວສາ້ງຊາດ, ໂດຍການເປັນປະທານຂອງທ່ານ ສົມພົງ ມົງຄົນວິໄລ ກຳມະການສູນກາງແນວລາວສ້າງຊາດ, ປະທານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ເປັນກຽດເຂົ້າຮ່ວມມີທ່ານ ໄທລໍ່ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ມີບັນດາທ່ານຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ຜູ້ຕາງໜ້າຄະນະທີ່ປຶກສາບັນດາກົມ ແລະ ພະນັກງານພາຍໃນກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບການເຄື່ອນໄຫວ ວຽກງານຂອງຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ປະຈຳປີ  2019-2020 ແລະ ທິດທາງແຜນການເຄື່ອນໄຫວ ໃນຕໍ່ໜ້າ ໂດຍຫຍໍ້ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຄະນະທີ່ປຶກສາ ໄດ້ເຄື່ອນໄຫວວຽກງານຕາມທິດຊີ້ນຳ ຂອງຄະນະປະຈຳສູນກາງແນວລາວສາ້ງຊາດ, ໄດ້ມີແບບແຜນວິທີເຮັດວຽກຢ່າງລະອຽດຈະແຈ້ງ, ເຮັດວຽກເປັນໝູ່ຄະນະ, ໄດ້ເຂົ້າຮ່ວມໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນການສັບຊ້ອນຊັ້ນຄົນ ໃນສັງຄົມລາວ, ພ້ອມດຽວກັນນັ້ນຄະນະໄດ້ປະກອບສ່ວນທຶນຮອນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນລາວ ທີ່ປະສົບໄພທຳມະຊາດ ເປັນຂະບວນການຟົດຟື້ນ. ພ້ອມກັນນັ້ນ, ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາຕໍ່ກັບວຽກງານດັ່ງກ່າວ.

ໂອກາດນີ້, ທ່ານ ຫົວໜ້າຄະນະທີ່ປຶກສາວຽກງານດັ່ງກ່າວ ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານຄະນະທີ່ປຶກສາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ຍັງໄດ້ປະກອບສ່ວນປຸກລະດົມເຄື່ອງຊ່ວຍເຫຼືອປະເພດຕ່າງໆໃຫ້ຜູ້ປະສົບໄພທຳມະຊາດ ຕະຫຼອດໄລຍະຜ່ານມາ; ທ່ານ ຍັງໄດ້ຮຽກຮ້ອງໃຫ້ສຶບຕໍ່ມີການປະສານສົມທົບກັບກົມຊັ້ນຄົນ-ການຈັດຕັ້ງສັງຄົມ ກ່ຽວກັບການສ້າງແຜນການລົງພົບປະຜູ້ຊົງຄຸນວຸດທິ ຢູ່ຂັ້ນທ້ອງຖິ່ນຮາກຖານ ແລະ ການເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຫຼາຍຂື້ນກວ່າເກົ່າ.

info@lfnd.org.la | 021 213754 | (856-21) 453191