ສູນກາງແນວລາວສ້າງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 99 ປີ (1 ມິຖຸນາ 1924-1 ມິຖຸນາ 2023 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 43 ປີ (1 ມິຖຸນາ 1980-1 ມິຖຸນາ 2023 ), ເປັນກຽດເຂົ້າຮ່ວມ ຂອງທ່ານ ເຍ່ຍເກີຢາ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີ ຫົວໜ້າ-ຮອງກົມ, ຫ້ອງການ, ສູນຝຶກອົບຮົມ, ພະນັກງານ-ລັດຖະກອນ, ຜູ້ປົກຄອງ ແລະ ລູກ-ຫຼານ ເຂົ້າຮ່ວມຢ່າງຟົດຟື້ນ. ໃນວັນທີ 31 ພຶດສະພາ 2023 ນີ້, ຢູ່ສູນກາງແນວລາວສ້າງຊາດ.
ໃນພິທີອັນມີຄວາມໝາຍຄວາມສຳຄັນ ທ່ານ ເຍ່ຍເກີຢາ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເລົ່າປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ຕິດພັນກັບວັນສິ່ງແວດລ້ອມໂລກໂດຍຫຍໍ້. ເຊິ່ງທ່ານໄດ້ກ່າວວ່າ: ເດັກນ້ອຍແມ່ນຊັບພະຍາກອນມະນຸດທີ່ມີຄ່າມະຫາສານ, ເປັນຊັບສົມບັດ ແລະ ມໍລະດົກອັນລ້ຳຄ່າ ທີ່ບໍ່ສາມາດປະມູນຄ່າໄດ້ ເດັກນ້ອຍແມ່ນເປັນຜູ້ສືບທອດພາລະກິດຂອງຊາດ “ ເດັກນ້ອຍໃນມື້ນີ້ ຈະເປັນຜູ້ໃຫຍ່ໃນວັນຂ້າງໜ້າ ”. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໃຫ້ເອົາໃຈໃສ່ເປັນຕົ້ນ: ໃຫ້ພໍ່ແມ່,ຜູ້ປົກຄອງເດັກ ຈົ່ງເອົາໃຈໃສ່ສົ່ງເສີມການສຶກສາຮໍ່າຮຽນຕາມເງື່ອນໄຂ, ສ້າງໃຫ້ເດັກນ້ອຍເປັນເດັກທີ່ທັນສະໄໜ, ພໍ່ແມ່ຜູ້ປົກຄອງຕ້ອງເປັນແບບຢ່າງໃນການຫັນປ່ຽນພຶດຕິກຳ ແລະ ເອົາໃຈໃສ່ເບິ່ງແຍງດ້ານຊີວິດການເປັນຢູ່, ໃຫ້ລູກມີພາລະນາໄມສົມບູນ, ສຸຂະພາບແຂງແຮງ, ຮັບຟັງຄໍາຄິດຄໍາເຫັນຂອງເດັກ, ສົ່ງເສີມໃຫ້ລູກມີຄວາມກ້າຫານກ້າສະແດງອອກທາງດ້ານຫົວຄິດສະຕິປັນຍາຂອງເດັກຕາມຄວາມຮູ້ພອນສະຫວັນທີ່ມີ. ເພື່ອປູກຈິດສໍານຶກໃຫ້ລູກຕັ້ງແຕ່ເຍົາໄວພໍ່ແມ່ຜູ້ປົກຄອງຕ້ອງເປັນເຈົ້າການໃນການສ້າງເງື່ອນໄຂໃຫ້ ລູກ – ຫຼານ ໄດ້ເຂົ້າສຶກສາຮໍ່າຮຽນເພື່ອຝຶກຝົນຫຼໍ່ຫຼອມໃຫ້ ລູກ-ຫຼານມີການພັດທະນາ ແລະ ເປັນຄົນດີຂອງສັງຄົມ. ເພາະພໍ່ແມ່ເປັນຜູ້ໃກ້ສິດຕິດແທດ ແລະ ຮູ້ດີຕໍ່ກັບແນວຄິດຈິດໃຈຂອງລູກຫຼາຍທີ່ສຸດ.ພ້ອມດ່ຽວກັນນີ້ໄດ້ມີກິດຈະກຳ ຖາມ-ຕອບ ຄວາມຮູ້ຮອບຕົວ ແລະ ຮ້ອງເພັງ ເພື່ອໃຫ້ເດັກນ້ອຍໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນ.