ໃນຕອນເຊົ້າຂອງວັນທີ່ 12ເມສາ 2020 ໄດ້ຈັດພິທີມອບຮັບ ວັດຖຸປັດໃຈຊ່ວຍເຫຼືອເພື່ອປ້ອງກັນຄວບຄຸມ,ຕອບໂຕ້ການລະບາດຂອງພະຍາດ CoVID 19 ຢູ່ທີ່ພະແນກສາທາລະນະສຸກນະຄອນຫຼວງພະບາງ ແຂວງຫຼວງພະບາງ. ເຊີ່ງໃຫ້ຄວາມເມດຕາມອບໂດຍ ສາທຸໃຫ່ຍຕ່າ ຕິດສະວັງໂສ ເຈົ້າອະທິການວັດພູຊ້າງຄຳ ໂພໄຊຊະນະ ນະຄອນຫຼວງພະບາງ.ເຄື່ອງທີ່ນຳມາມອບມີ : ນໍ້າດື່ມ.ມີ່ໄວໆ.ປ່ອງປາ.ໄຂ່ ແລະເງີນສົດ ລວມເປັນມູນຄ່າທັງໝົດ 2.500.000 ກີບ. ຈຸດປະສົງໃນການມອບຄັ້ງນີ້ ແມ່ນເພື່ອຊ່ວຍເຫຼືອເຂົ້າໃນການປ້ອງກັນ.ຄວບຄຸມ.ຕອບໂຕ້ການລະບາດຂອງພະຍາດCOVID19 ຢູ່ແຂວງຫຼວງພະບາງ.ເຊີ່ງໃຫ້ກຽດກ່າວຮັບໂດຍ ທ່ານ ດຮ ນິພອນ ສິມພາລີ ຄະນະພະແນກສາທາລະນະສຸກແຂວງຫຼວງພະບາງ.ເຄື່ອງຈຳນວນດັ່ງກ່າວແມ່ນຈະໄດ້ນຳໃຊ້ເຂົ້າໃນການປ້ອງກັນ.ຄວບຄຸມ.ຕອບໂຕ້ການລະບາດຂອງພະຍາດCOVID 19 ໃຫ້ໄດ້ຊົມໃຊ້ຢ່າງທົ່ວເຖີງ.
