ສູນກາງແນວລາວສ້າງຊາດ

Lao Front For National Development

ສານອວຍພອນຂອງປະທານສູນກາງແນວລາວສ້າງຊາດ

ເນື່ອງໃນໂອກາດບຸນປີໃໝ່ລາວ ພ.ສ 2566, ຂ້າພະເຈົ້າຕາງໜ້າ ຄະນະກຳມະການສູນກາງແນວລາວສ້າງຊາດ, ໃນນາມສ່ວນຕົວ ແລະ ຄອບຄົວ, ຂໍສົ່ງຄວາມຢື້ຢາມຖາມຂ່າວ, ຄວາມສາມັກຄີຮັກແພງ ແລະ ພອນໄຊອັນປະເສີດມາຍັງ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນທັງພາຍໃນ ແລະ ຕ່າງປະເທດ, ພະນັກງານແນວລາວສ້າງຊາດ ທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ສິ່ງໃດທີ່ບໍ່ດີ ຂໍໃຫ້ຜ່ານພົ້ນໄປນໍາປີເກົ່າ, ປີໃໝ່ນີ້ຂໍໃຫ້ປະສົບແຕ່ສິ່ງດີໆເຂົ້າມາໃນຊີວິດ, ປະເທດຊາດຢູ່ເຢັນເປັນສຸກຕະຫຼອດໄປ.

 

ຄະນະກໍາມະການສູນກາງລາວສ້າງຊາດ

ປະທານ

info@lfnd.org.la | 021 213754 | (856-21) 453191