ສານອວຍພອນ
ຮຽນ : ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດທີ່ນັບຖື.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020). ຕາງໜ້າຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ພ້ອມທັງບັນດາສະຫາຍການນຳ, ພະນັກງານ ສູນກາງແນວລາວສ້າງຊາດ.
ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ຜົນສຳເລັດອັນຍິ່ງໃຫຍ່ຂອງພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮັບຫມາກຜົນໃນບັນດາຂົງເຂດຕ່າງຯ ໃນໄລຍະຜ່ານມາ. ໂດຍຜ່ານຜ່າອຸປະສັກນາຯປະການ ແລະ ການປ່ຽນແປງໃຫມ່ທາງປະຫວັດສາດ, ສູນກາງແນວລາວສ້າງຊາດ ໄດ້ເສີມຂະຫຍາຍພາລະບົດບາດອັນເປັນຫລັກແຫລ່ງ, ເປັນຄັນທຸງເຕົ້າໂຮມມະຫາສາມັກຄີທົ່ວທຸກຊົນເຜົ່າ, ປະກອບສ່ວນອັນສຳຄັນພ້ອມກັນກັບພັກ, ລັດ ໃນການປົກປັກຮັກສາ, ສ້າງສາປະເທດຊາດ; ພັດທະນາເສດຖະກິດ-ສັງຄົມ ໃນເທື່ອລະຂັ້ນ ເພື່ອນຳພາປະເທດຊາດໃຫ້ນັບມື້ນັບສີວິໄລ; ປະຊາຊົນລາວ ນັບມື້ມີຊີວິດທີ່ດີຂຶ້ນ ຢ່າງມີຄວາມສຸກ.
ປະຊາຊົນຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ ແລະ ຖະນຸຖະຫນອມ, ໄດ້ຮັບການເສີມຂະຫຍາຍໂດຍບັນດາການນຳຮຸ້ນຕ່າງຯ ແລະ ປະຊາຊົນສອງຊາດ ທີ່ໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ບໍ່ຢຸດຢັ້ງໃນການປັບປຸງ ແລະ ພັດທະນາຂຶ້ນໄປເລື້ອຍຯ.
ແນວໂຮມປະເທດຊາດຫວຽດນາມຍາມໃດກໍ່ໃຫ້ຄວາມສຳຄັນພິເສດ ແລະ ຫວັງຢ່າງຍິ່ງໃນການເພີ່ມທະວີການຮ່ວມມືກັບແນວລາວສ້າງຊາດ. ໃນສະຖານນະການສະພາບການຂອງໂລກ ແລະ ຂົງເຂດທີ່ມີການຜັນແປທີ່ຄາດການບໍ່ໄດ້, ເຊິ່ງ Covid-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ເສດຖະກິດ-ສັງຄົມຂອງສອງປະເທດ, ສອງອົງການພວກເຮົາພ້ອມກັນເພີ່ມທະວີການຮ່ວມມືຂຶ້ນຕື່ມ, ຜູກສຳພັນຮອບດ້ານ, ຊ່ວຍເຫລືອເຊິ່ງກັນ ແລະກັນເພື່ອຜ່ານຜ່າສິ່ງທີ່ຫຍຸ້ງຍາກລຳບາກ.
ອີກເທື່ອໜຶ່ງ, ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ຂໍອວຍພອນໃຫ້ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມທັງການນຳ ແລະ ພະນັກງານສູນກາງແນວລາວສ້າງຊາດທັງຫມົດ ຈົ່ງມີສຸຂະພາບແຂງແຮງ, ມີພາລາໄມສົມບູນ, ຄອບຄົວມີຄວາມຜາສຸກ, ປະສົບຜົນສຳເລັດ ໃນໜ້າທີ່ວຽກງານອັນມີກຽດຂອງບັນດາສະຫາຍ ແລະ ໂດຍສະເພາະສອງອົງການແນວໂຮມພວກເຮົາຈົ່ງມີແຕ່ຄວາມສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດຫວຽດນາມ
ເຈິ່ນ ແທັງ ເມິ້ນ