ເນື່ອງໃນໂອກາດງານບຸນປີໃໝ່ ປີ 2021 ຂອງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າ ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ໃນວັນທີ 3 ທັນວາ 2020 ນີ້, ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າພັກ-ລັດ ແລະ ສູນກາງແນວລາວສ້າງຊາດ ສະແດງຄວາມປິຕິຍິນດີ ແລະ ຝາກຄຳຢື້ຢາມຖາມຂ່າວອັນສະໜິດສະໜົມ ແລະ ຄວາມສາມັກຄີມາຍັງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າໃນທົ່ວປະເທດ, ພີ່ນ້ອງຄົນລາວທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ ແລະ ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທ່ານຮອງປະທານສູນກາງແນວລາວສາ້ງຊາດ ໄດ້ກ່າວວ່າ: ປະເທດລາວປະກອບດ້ວຍຫຼາຍຊົນເຜົ່າ ທີ່ດຳລົງຊີວິດຢູ່ຮ່ວມກັນ ແຕ່ເໜືອຮອດໃຕ້, ພວກເຮົາມີມູນເຊື້ອສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີວັດທະນະທຳລາວ ເຊິ່ງແມ່ນວັດທະນະທຳລວມຂອງບັນດາຊົນເຜົ່າ, ມີພາສາລາວເປັນພາສາກາງ ແລະ ມີຕົວໜັງສືລາວເປັນຕົວໜັງສືທາງການ ຄຽງຄູ່ກັບການຮັກສາເອກະລັກຂອງບັນດາຊົນເຜົ່າ ເປັນຕົ້ນແມ່ນພາສາປາກເວົ້າ, ວັດທະນະທຳການດຳລົງຊີວິດ ແລະ ຂະນົບທຳນຽມຮີດຄອງປະເພນີອັນດີງາມ, ຄວາມເຊື່ອຖື ແລະ ອື່ນໆ ເຊິ່ງເຄີຍມີມານັບເປັນເວລາເຫິງນານ. ພັກ-ລັດ ແລະ ແນວລາວສ້າງຊາດ ຍາມໃດກໍຖືສຳຄັນ ແລະ ໃຫ້ຄວາມເຄົາລົບນັບຖືພີ່ນ້ອງບັນດາຊົນເຜົ່າ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດໃໝ່ໃຫຍ່ຫຼວງ ແລະ ຕໍ່ເນື່ອງ. ລະດັບຊີວິດການເປັນຢູ່ຂອງພີ່ນ້ອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກສູງຂຶ້ນ ປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ເນື່ອງໃນໂອກາດອັນເປັນເລີກງາມຍາມດີ ແລະ ມີຄວາມໝາຍສຳຄັນຕາມປະເພນີຂອງປະຊາຊົນລາວບັນດາຊົນເຜົ່າພວກເຮົາໃນປີນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ຂໍອວຍພອນໄຊອັນປະເສີດໃຫ້ພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຄອບຄົວພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ຜູ້ຊົງຄຸນວຸດທິຂອງບັນດາຊົນເຜົ່າກໍຄືຜູ້ຊົງຄຸນວຸດທິໃນສາຂາອາຊີບຕ່າງໆໃນທົ່ວປະເທດ, ຊາວຕ່າງດ້າວທີ່ດໍາລົງຊີວິດຢູ່ ສປປ ລາວ ແລະ ພີ່ນ້ອງຊາວລາວ ທີ່ຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຍືນຍາວ ເປັນຫຼັກແຫຼ່ງແຫ່ງການເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາຊົນເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມກ້າວໜ້າຈະເລີນຮຸ່ງເຮືອງສີລິໄລ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ຄວາມມຸ່ງຫວັງຂອງປະຊາຊົນລາວ ທົ່ວປະເທດ.
ຂໍອວຍພອນໃຫ້ງານບຸນປະເພນີປີໃໝ່ຂອງບັນດາຊົນເຜົ່າ ຈົ່ງເປັນບຸນແຫ່ງຄວາມເບີກບານມ່ວນຊື່ນ ແລະ ມີຄວາມສຸກສົມຫວັງສຳລັບທຸກໆຄົນ ທີ່ເປັນເດັກນ້ອຍ, ຊາຍໜຸ່ມ-ຍິງສາວ ຕະຫຼອດຮອດເຖົ້າແກ່ອາວຸໂສ ຂໍໃຫ້ເປັນບຸນແຫ່ງຄວາມຄິດເຖິງ, ຄວາມໃສ່ໃຈຕໍ່ອະນາຄົດ, ຄວາມວັດທະນະຖາວອນ ແລະຄວາມຮັກໄຄ່ໄມຕີຂອງພີ່ນ້ອງປະຊາຊົນລາວບັນດາຊົນເຜົ່າໃນທົ່ວປະເທດ, ເປັນບຸນປະເພນີແຫ່ງປີທີ່ມີການສ້າງທ່ວງທ່າໃໝ່-ປັດໃຈໃໝ່ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຕ່າງໆໃຫ້ດີຂຶ້ນເປັນກ້າວໆ ພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຄວາມດ້ອຍພັດທະນາ ໂດຍສະເພາະແມ່ນປະຊາຊົນລາວບັນດາຊົນເຜົ່າທີ່ຢູ່ເຂດພູດອຍທຸລະກັນດານຫ່າງໄກສອກຫຼີກ ໃຫ້ກ້າວຂຶ້ນສ້າງແບບແຜນດຳລົງຊີວິດໃໝ່ທີ່ສົດໃສ, ປົກປັກຮັກສາ ແລະ ສ້າງຂະບວນການຕ່າງໆ ຂໍ່ານັບຮັບຕ້ອນວັນບຸນສຳຄັນຂອງຊາດດ້ວຍຄວາມຫ້າວຫັນ ແລະ ມີຄວາມເບີກບານມ່ວນຊື່ນ.