ກອງປະຊຸມຄົບຄະນະກຳມະການແນວລາວສ້າງຊາດ ເມືອງນອງ ແຂວງສະຫວັນະເຂດ ຄັ້ງທີ 4 ສະໄໝທີ V ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 23 ກັນຍາ 2020 ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານ ຂອງທ່ານ ອຸສາ ພົມມະວັນ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມເພັດ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ , ທ່ານ ລຳແກ້ວ ແສງໜູທອງ ເລຂາພັກເມືອງ ເຈົ້າເມືອງໆນອງ , ມີຄະນະກຳມະການແນວລາວສ້າງຊາດເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດຄັ້ງທີ V ຈຳນວນ 33 ທ່ານ, ຍິງ 05 ທ່ານ ພຣະສົງ 01 ອົງ ແລະ ຮັບຮອງທ່ານ ອຸສາ ພົມມະວັນ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ໄຊສົງຄາມ ນວນພິລາວົງ ແລະທ່ານນາງ ບຸນຄຳ້ ດວງມະນີສອນ ເປັນຮອງປະທານແນວລາວສ້າງຊາດເມືອງ. ພ້ອມກັນນັ້ນ ກໍໄດ້ມອບໃບຍ້ອງຍໍ ແລະ ມອບຫຼຽນກາລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄືອນໄຫວວຽກງານແນວລາວສ້າງຊາດ ຕະຫຼອດໄລຍະຜ່ານມາ.
ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ມີບາງຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ ຄະນະນະກຳມະການແນວລາວສ້າງຊາດເມືອງ ຊຸດໃໝ່ ຕ້ອງເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງແນວລາວສ້າງຊາດຂັ້ນຂອງຕົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຊື່ອມຊຶມ ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂອງພັກໃນໄລຍະໄໝ່ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍສອດຫ້ອຍເຂົ້າໃນທຸກວຽກງານເສີມຂະຫຍາຍຄວາມສາມັກຄີປອງດອງໃນທຸກຊັ້ນຄົນໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ສ້າງສາພັດທະນາເມືອງນອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງໄປເທື່ອລະກ້າວ.