ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ

ວັນທີ 24 ມັງກອນ 2020 ນີ້, ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ( 20 ມັງກອນ ປີ 1949 – 20 ມັງກອນ 2020 ) ໂດຍເປັນກຽດປາຖະກະຖາຂອງ ທ່ານ ພັນເອກ ແສງ ທອງ ດວງບັນດິດ ຄະນະພັກ ຫົວໜ້າກົມໂຄສະນາ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໂດຍເປັນກຽດເຂົ້າຮ່ວມມີບັນດາທ່ານຮອງປະທານສູນກາງແນວສ້າງຊາດ, ຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ສະມາຄົມຜູ້ສູງອາຍຸ, ສະມາ ຄົມຄຸນຄ່າລາວ, ຕົວແທນສາສະໜາຕ່າງໆ ຕະຫຼອດຮອດພະນັກງານ-ລັດຖະກອນສູນກາງແນວລາວສ້າງຊາດເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດ.
ໃນນີ້, ທ່ານພັນເອກ ແສງທອງ ດວງບັນດິດ ໄດ້ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້ການປະຕິວັດ, ຕໍ່ສູ້ອັນພິລະອາດຫານ ຂອງກອງທັບປະຊາຊົນລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາເຫດການທີ່ສຳຄັນ ແລະ ພົ້ນເດັ່ນໃນໄລຍະສະໄໝລາວເຮົາຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວເຊິ່ງໃນໄລຍະນີ້ປະຊາຊົນລາວຕໍ່ສູ້ພໍໃຜພໍລາວອາວຸດກໍ່ປະຖົມປະຖານ ແລະ ຍັງບໍ່ທັນມີການນຳພາການປະຕິວັດອັນສົມຄວນ ສະນັ້ນ, ຈົງມາຮອດວັນທີ 20 ມັງກອນ 1949 ກອງທັບປະຊາຊົນລາວຈື່ງໄດ້ຮັບການສ້າງຕັ້ງຂຶ້ນທີ່ ຖໍ້າເມ ຕາແສງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍເອີ້ນວ່າ: ກອງຮ້ອຍລາດຊະວົງ ຫຼື ກອງທັບລາວອິດສະຫຼະ ເຊິ່ງມີພຽງ 25 ທ່ານ ແລະ ພາຍໃຕ້ການບັນຊາໂດຍກົງ ຂອງ ທ່ານປະທານ ໄກສອນ ພົມວິຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ແລະ ການຊີ້ນຳ ຂອງທ່ານປະທານ ສຸພານຸວົງ ດ້ວຍການຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈຳນົນຂອງທັບປະຊາຊົນລາວ ແລະ ທະຫານຫວຽດນາມເຮັດຝຣັ່ງປາລາໄຊສະໜາມຮົບດຽນບຽນຟູ ແລະ ຍອມເຊັນສັນຍາເຊີແນວປີ 1954. ຕໍ່ມາປີ 1955 ພວກຈັກກະພັດອາເມລິກາເຂົ້າມາຮຸນຮານລາວຕໍ່ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ແນວທາງຂອງພັກປະຊາຊົນປະຕິວັດລາວໄດ້ລະດົມປະຊາຊົນລາວບັນດາເຜົ່າລຸກຮື້ຂຶ້ນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນບໍ່ຍອມຈຳນົມເຮັດໃຫ້ການຕໍ່ສູ້ກູ້ຊາດຂອງລາວໄດ້ຮັບຊະຊະແຕ່ນ້ອຍຫາໃຫຍ່ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນໃນປີ 1975 ແບບ “ບົວບໍ່ຊໍ້ານໍ້າບໍ່ຂຸ່ນ” ແລະ ປະກາດ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ.
ໂອກາດນີ້, ທ່ານ ພັນເອກ ແສງທອງ ດວງບັນດິດ ໄດ້ເນັ້ນໃຫ້ສະມາຊິກພັກ, ພະນັກງານ-ຖອນກອນ ຈົ່ງສຶກສາຮຽນຮູ້ມູນເຊື້ອ, ທາດແທ້ ແລະ ຈາລືກຄຸນງານຄວາມດີ, ການເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ຂອງນັກຮົບລຸ່ນກ່ອນ, ຈົ່ງພ້ອມກັນເຊີດຊູນໍ້າໃຈຮັກຊາດ ແລະ ນໍ້າໃຈພິລະອາດຫານ ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນເປັນກ້າວໆ

info@lfnd.org.la | 021 213754 | (856-21) 453191