ສູນກາງແນວລາວສ້າງຊາດ ຮ່ວມກັບ ບໍລິສັດ ລາວ-ຢູນານ ອິນເນີ້ຈີ້ ເພື່ອການລົງທຶນ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ 19 ໃຫ້ອົງການກາແດງລາວ ໄດ້ນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ; ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ແມ່ນ ຖັງບັນຈຸນໍ້າ ຂະໜາດ 1000 ລິດ 2 ຖັງ, ຈັກລ້າງອັດສີດນ້ອຍ 5 ໜ່ວຍ, ຈັກພົ້ນຢາລຸ້ນໃຊ້ນໍ້າມັນ 3 ເຄື່ອງ, ໜ້າກາກ 3M N95 30 ອັນ, ເກີບໂບກ 10 ຄູ່ ແລະ ຖົງມືຢາງສີສົ້ມ 20 ຄູ່ ລວມມູນຄ່າ 9 ລ້ານກວ່າກີບ .
ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 13 ເມສາ 2020 ຢູ່ທີ່ສູນກາງແນວລາວສ້າງຊາດ ໂດຍແມ່ນທ່ານ ດຣ ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ເປັນຜູ້ກ່າວມອບ ແລະ ຜູ້ກ່າວຮັບແມ່ນຜູ້ຕາງໜ້າຈາກອົງການການແດງລາວ ໂດຍມີຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມ