ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດມອບເຄື່ອງຊ່ວຍເຫຼືອ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ມອບ ຜ້າຫົ່ມ ແລະ ເສື້ອກັນໜາວ ຈໍານວນໜຶ່ງເປັນມູນຄ່າ 9 ລ້ານກີບ ໃຫ້ແກ່ແນວລາວສ້າງຊາດ ເມືອງໄຊຍະບູລີ ແຂວງ ໄຊຍະບູລີ ເຄື່ອງຈໍານວນດັ່ງແມ່ນໄດ້ຮັບການອຸປະຖໍາໂດຍ ພຣະອາຈານ ພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງ ອພສ, ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປືກສາວຽກງານ ສາສະໜາ ຂອງສູນກາງແນວລາວສ້າງຊາດ, ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫລວງວຽງຈັນ ໃນວັນທີ 18 ມັງກອນ 2021 ນີ້.

ເປັນກຽດກ່າວມອບໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ ຄະນະປະຈໍາ, ຫົວໜ້າ ຫ້ອງການ ສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍ ທ່ານ  ສົມບັດ ຈະເລີນມີໄຊ ປະທານແນວລາວສ້າງຊາດ ເມືອງໄຊຍະບູລີ ໂອກາດນີ້ທ່ານປະທານແນວລາວສ້າງຊາດເມືອງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບທ່ານຫົວໜ້າຫ້ອງການ ແລະ ພຣະອາຈານ ພົງສະຫວັນ ອານຸສິນ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາໃນຄັ້ງນີ້ ແລະ ໃຫ້ຕໍາໝັ້ນສນັຍາວ່າຈະນໍາເຄື່ອງຈໍານວນດັ່ງກ່າວຈາກຄະນະໄປມອບໃຫ້ນ້ອງນ້ອຍນັກຮຽນຜູ້ທີ່ທຸກຍາກທີ່ມີຄວາມຈໍາເປັນຢູ່ເມືອງດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.

info@lfnd.org.la | 021 213754 | (856-21) 453191