ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດມອບເຄື່ອງຊ່ວຍເຫຼືອໃຫ້ໂຮງໝໍມິດຕະພາບ 150 ຕຽງ

ສູນກາງແນວລາວສ້າງຊາດ ຮ່ວມກັບສະມາຄົມຄຸນຄ່າລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ເຊິ່ງແມ່ນ ອຸປະກອນການແພດ ສໍາລັບປ້ອງກັນ ແລະ ຕ້ານການແຜ່ລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ກຳລັງສົ່ງຜົນກະທົບເປັນວົງກວ້າງໃນປັດຈຸບັນ. ພ້ອມກັນນັ້ນ ມີເຄື່ອງອຸປະໂພກ ຈໍານວນໜຶ່ງ ລວມມູນຄ່າທັງໝົດ 75 ລ້ານກວ່າກີບ ແລະ ເງິນສົດ ຈໍານວນ 15 ລ້ານກີບ ມອບໃຫ້ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງວຽງຈັນ.


ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 07 ເມສາ 2020 ທີ່ໂຮງໝໍມິດຕະພາບ ໂດຍທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນກຽດກ່າວມອບ ແລະ ຜູ້ກ່າວຮັບແມ່ນ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ. ເຊິ່ງມີ ທ່ານ ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຄະນະອໍານວຍການ, ແພດ-ໜໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ຕາງໜ້າໃຫ້ພະນັກງານແພດ-ໝໍ ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການປະກອບສ່ວນຊ່ວຍເຫຼືອຂອງ ຄະນະນໍາສູນກາງແນວລາວສ້າງຊາດ ພ້ອມຄະນະໃນຄັ້ງນີ້ ເຊິ່ງອຸປະກອນດັ່ງ ກ່າວແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ເພີ່ມຂຶ້ນ ແລະ ໃຫ້ຫຼຸດລົງໂດຍໄວ. 

info@lfnd.org.la | 021 213754 | (856-21) 453191