ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດເຊື່ອມຊືມເອກະສານທີສຳຄັນ ຂອງຂັ້ນເທີງ

ເພື່ອເປັນການຜັນຂະຫຍາຍບັນດາມະຕິ ແລະ ລັດຖະດຳລັດຂອງຂັ້ນເທີງ ວັນທີ 24 ພະຈິກ 2020 ນີ້, ສູນກາງແນວລາວສ້າງຊາດໄດ້ຈັດກອງປະຊຸມເຊື່ອມຊືມມະຕິກອງປະຊຸມຄົບ ຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໂດຍການເຜີຍແຜ່ ຂອງ ສະຫາຍ ດຳໃບ ດຳລັດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາສະຫາຍຮອງປະທານ, ຫົວໜ້າກົມ, ພະນັກງານປະຕິວັດອາວຸໂສບຳນາມ ຕະຫຼອດ ຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ ທີ່ສູນກາງແນວລາສ້າງຊາດ.

ໃນມະຕິດັ່ງກ່າວນີ້, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງຫຼາຍບັນຫານທີສຳຄັນ ເປັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ແລະ ທິດ ທາງແຜນການປະຈຳປີ 2021. ພ້ອມກັນນີ້, ສະຫາຍ ນ. ຄຳຈັນ ພົມແສງສະຫວັນ ຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ເຜີຍແຜ່ມະຕິ 118/ກມສພ ວ່າດ້ວຍການເພີ່ມ ທະວີຊີ້ນຳ-ນຳພາ ຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ແລະ ລັດຖະດຳລັດຂອງປະທານປະເທດສະບັບ ເລກທີ 200/ປປທ ວ່າດ້ວຍການປະກາດຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ລັດຖະດຳລັດສະບັບ ເລກທີ 187/ປປທ ວ່າດ້ວຍການປະກາດວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II

ເຊິ່ງໃນນີ້, ກົມການເມືອງສູນກາງພັກໄດ້ດຳນົດຈຸດປະສົງ ແລະ ລະດັບຄາດໝາຍຢ່າງ ຊັດເຈນເປັນຕົ້ນແມ່ນຕ້ອງຮັບປະກັນການເລືອກຕັ້ງໃຫ້ໄດ້ສະມາຊິກສະພາແຫ່ງຊາດ ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງມາດຖານ, ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍໃນນັ້ນຖືເອົາຄຸນນະພາບເປັນສຳຄັນ, ມີໂຄງປະກອບທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ ໃນອັດຕາສ່ວນທີເໝາະສົມ ການເລືອກຕັ້ງຄັ້ງນີ້ຜູ້ສະມັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX  ແລະ ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II  ແລະ ໄດ້ກຳນົດເອົາວັນທີ 21 ກຸມພາ 2021 ເປັນມື້ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II.

info@lfnd.org.la | 021 213754 | (856-21) 453191