ເພື່ອເປັນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ຈາກໄພພິບັດນໍ້າຖ້ວມປີ 2018 ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ
ດັ່ງນັ້ນ, ເມື່ອວັນທີ 27 ກັນຍານີ້ ທີ່ສູນກາງແນວລາວສ້າງຊາດ ອົງການໃຈບຸນສາກົນ ເດເຊເຮັດ ໄດ້ນໍາເຄື່ອງມາມອບໃຫ້ສູນກາງແນວລາວສ້າງຊາດ ເພື່ອນໍາໄປຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງດັ່ງກ່າວ.
ເຄື່ອງທີ່ນໍາມາມອບຄັ້ງນີ້ປະກອບມີ ເຂົ້າສານ, ຜ້າຫົ່ມ, ມຸ້ງ, ເຄື່ອງໃຊ້ໃນຄົວເຮືອນ ແລະ ຢາປົວພະຍາດ ລວມມູນຄ່າທັງໝົດ 8 ຮ້ອຍລ້ານກີບ; ກ່ວມອບໂດຍ ທ່ານ ເກຣັກ ເມລດຣໍາ ຜູ້ອໍານວຍການ ອົງການໃຈບຸນສາກົນ ເດເຊເຮັດ ແລະ ກ່າວຮັບໂດຍ ທ່ານ ຮສ ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ; ພ້ອມນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ຍັງໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນດັ່ງກ່າວ ທີ່ໄດ້ນໍາເຄື່ອງມາມອບໃຫ້ຄັ້ງນີ້ແລ້ວຈະໄດ້ນໍາເອົາໄປຊ່ວຍເຫຼືອແກ່ປະຊົນທີ່ຖືກໄພພິບັດຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ.
ແລະ ທ່ານສາມາດຕິດຕາມຂ່າວຂອງພວກເຮົາໄດ້ອິກທີ່ Facebook fanpage: ສນຊ-LFND