ສູນກາງແນວລາວສ້າງຊາດ ຈັດພິທີມອບໃບຢັ້ງຢືນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໂດຍການເປັນປະທານ ຂອງສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຄະນະພັກ, ຄະນະປະຈຳ, ເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງ ສູນກາງແນວລາວສ້າງຊາດ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າຮ່ວມ ວັນທີ 16 ມີນາ 2021 ນີ້, ທີ່ສູນກາງແນວລາວສ້າງຊາດ
