ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມພົບປະລະຫວ່າງ ຄະນະປະຈຳສູນກາງແນວລາວສ້າງ ຊາດ ກັບນັກວິທະຍາກອນ ເພື່ອກະກຽມກອງປະຊຸມສຳມະນາວິທະຍາສາດກ່ຽວກັບ ສະຖານະພາບຊາວກະສິກອນ ປັດຈຸບັນ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີທ່ານ ບົວສອນ ບຸບຜາວັນ ອາດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຕາງໜ້າຈາກກະຊວງ-ອົງການ ແລະ ສະຫະກອນຜະລິດກະສິກຳອິນຊີ ເຂົ້າຮ່ວມ ທີ່ສູນຝຶກອົບຮົມສູນກາງແນວລາວ ສ້າງຊາດ, ວັນທີ 28 ມິຖຸນາ 2023.

ທ່ານ ສຈ. ປອ ໄຊຍະມັງ ວົງສັກ ອາດີດຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກ ງານຂົນຂວາຍສ້າງຕັ້ງສະຫະພັນ (ສະມາຄົມ) ຊາວກະສິກອນລາວ ໄດ້ລາຍງານຜົນການຄົ້ນຄ້ວາເບື້ອງຕົ້ນກ່ຽວ ກັບຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນຊາວກະສິກອນລາວເຊິ່ງ ທ່ານໄດ້ຍົກໃຫ້ເຫັນຈຸດປະສົງ ຕົ້ນຕໍຄື: ເພື່ອຕອບສະໜອງກັບຄວາມຕ້ອງການ ຂອງໜ້າທີການເມືອງກ່ຽວກັບການປັບປຸງສ້າງພັນທະພາບກຳ ມະກອນ-ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ, ເພື່ອສຶກສາອົບຮົມຊາວກະສິກອນໃຫ້ມີນໍ້າໃຈຮັກຊາດ, ຮັກການອອກແຮງງານຜະລິດສິນຄ້າຫຼາກຫຼາຍໃນຮູບແບບໃໝ່, ເພື່ອສ້າງເງື່ອນໄຂສະດວກໃນການຊອກຮູ້, ຄົ້ນຄ້ວາບັນດານິຕິກຳ ແລະ ນະໂຍບາຍຕ່າງໆທີ່ພົວພັນເຖິງວຽກງານຜະລິດກະສິກຳ-ປ່າໄມ້ ແລະ ລະບົບກົນໄກການ ເຮັດວຽກ ຂອງສະຫະພັນຊາວກະສິກອນລາວ. ພ້ອມກັນນີ້, ທ່ານ ບົວສອນ ບຸບຜາວັນ ໄດ້ມີຄຳເຫັນ ຕໍ່ທີ່ປະຊຸມໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງຊາວກະສິກອນ, ຄວາມສະດວກ-ຫຍຸ້ງຍາກ, ບັນຫາທ້າທາຍ ຕ່າງໆ ເພື່ອເປັນກາຄົ້ນຄ້ວາ ແລະ ປະກອບຄຳເຫັນ, ສະຖາບັນເສດຖະກິດ ແລະ ສັງຄົມໄດ້ຜ່ານບົດຄົ້ນຄ້ວາສະຖານະພາບ ຊາວກະສິກອນລາວໄລຍະຜ່ານມາ ແລະ ປັດຈຸບັນ. ພ້ອມນີ້, ຜູ້ຕາງໜ້າສະຫະກອນກະສິກຳບ້ານແຈ້ງ ເມືອງທຸລະຄົມ, ສະຫະກອນ ຜະລິດກະສິກຳອິນຊີທົ່ງມັ່ງ, ສະຫະກອນຕົວແບບປູກຢາງພາລາລາວມາ ບ້ານຫາດຍາວ ແຂວງຫຼວງນໍ້າທາ ແລະ ກຸ່ມບໍລິສັດປູກກາເຟ ແຂວງຈຳປາສັກ ໄດ້ປະກອບຄຳເຫັນແລກປ່ຽນປະສົບການໃນການຈັດຕັ້ງ ປະຕິບັດຕົວຈິງໄລຍະຜ່ານມາ. ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດໄດ້ມີຄຳເຫັນຊີ້ນຳໃຫ້ນັກວິທະຍາກອນແຕ່ລະພາກສ່ວນສືບຕໍ່ ປັບປຸງບົດ ຂອງຕົນຕາມການປະກອບຄຳເຫັນດ້ວຍຄວາມເໝາະສົມ, ມີລັກສະນະລວມໝູ່, ມີຂໍ້ສະເໝີແນະ ແລະ ບົດທີ່ຈະປະກອບຄຳເຫັນຕ້ອງມີ ສອງຮູບແບບຄື: ບົດສັ້ນ ແລະ ບົດຍາວ; ໃຫ້ບັນດາກະຊວງອົງການທີກ່ຽວຂ້ອງສືບ ຕໍ່ປຶກສາ-ຄົ້ນຄ້ວາເພື່ອມີຄວາມພ້ອມໃສ່ກອງປະຊຸມສຳມະນາວິທະຍາສາດກ່ຽວກັບ ສະຖານະພາບຊາວກະສິກອນ ປັດຈຸບັນ ແລະ ຄວາມເປັນໄປໄດ້ໃນການສ້າງຕັ້ງສະຫະພັນ (ສະມາຄົມ) ຊາວກະສິກອນລາວ ທີ່ຈະຈັດຂຶ້ນ ໃນບໍ່ດົນນີ້.
ບກ: ຈິດຕະພົງ
ພາບ-ຂ່າວ: ເລົ່າລໍ່
