ພິທີພົບປະສອງຝ່າຍ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍ ສະຫາຍ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ນໍາໂດຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ທີ່ນະຄອນຫຼວງວຽງຈັນ, ໃນວັນທີ 8 ສິງຫາ 2023.

ພິທີພົບປະທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ໃນຄັ້ງນີ້, ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາແມ່ນມູນເຊື້ອໃນການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນພັກກອມມູນິດ ຫວຽດນາມ. ໃນນີ້, ສະຫາຍ ປະທານ ສນຊ ກໍ່ໄດ້ ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດລາວໃຫ້ຄະນະຮັບຊາບ ພ້ອມດຽວກັນນີ້, ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຝາຍລາວ ທີ່ໄດ້ຕ້ອນຮັບຄະນະຢ່າງອົບອຸ່ນ ທີ່ປຽບເໝືອນອ້າຍນ້ອງດຽວກັນ.
ສອງຝ່າຍໄດ້ຕີລາຄາສູງຕໍ່ກັບການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນໄລຍະທີ່ຜ່ານມາ, ເຊິ່ງເຫັນດີເປັນເອກະສັນກ່ຽວກັບການສືບຕໍ່ຮ່ວມມືລະຫວ່າງສອງອົງການ; ເພື່ອປະຕິບັດຕາມບົດບັນທຶກການຮ່ວມມືລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກໍາມະການສູນກາງແນວລາວສ້າງຊາດ, ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດວຽກງານຕ່າງໆ ແລະ ໄດ້ເນັ້ນໜັກເຖິງບົດບາດ ແລະ ໜ້າທີ່ຄວາມສຳຄັນຂອງການເຄື່ອນໄຫວວຽກງານຂົນຂວາຍປະຊາຊົນ ເພື່ອພາລະກິດກໍ່ສ້າງ ແລະ ພັດທະນາຂອງແຕ່ລະປະເທດ, ຕີລາຄາສູງບັນດາໝາກຜົນການຮ່ວມມືລະຫວ່າງ 2 ອົງການ ແລະ ຈະສືບຕໍ່ເພີ່ມທະວີໃນການສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນປະສົບການໃນວຽກງານ ຂົນຂວາຍປະຊາຊົນເຊິ່ງກັນ ແລະ ກັນ, ເພື່ອປະກອບສ່ວນພັດທະນາເສດຖະກິດ – ສັງຄົມ ຢູ່ ລາວ – ຫວຽດນາມ ໃຫ້ບັນລຸຕາມຈຸດປະສົງຄາດໝາຍຢູ່ໃນບົດບັນທຶກການຮ່ວມມືຂອງສອງອົງການ.
