ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດ ສັນຍາຮ່ວມມືກັບບໍລິສັດ ລາວ-ຊິນຊູ

ໃນວັນທີ 20 ມີນາ 2020 ນີ້, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການພັດທະນາໂຄງການລະບົບສະໜອງນ້ຳສູ່ເຂດຫ່າງໄກສອກຫຼີກ ຢູ່ ສປປ ລາວ ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ລາວ-ຊິນຊູ ຈຳກັດຜູ້ດຽວ, ຕາງໜ້າສູນກາງແນວລາວສ້າງຊາດໂດຍ ທ່ານ ຈັນເພັງ ສຸດທິວົງ ກຳມະການສູນກາງແນວລາວສ້າງຊາດ, ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ, ຕາງໜ້າບໍລິສັັດ ລາວ-ຊິນຊູ ໂດຍທ່ານ ຄີມ ຢັອງ ຊູ ປະທານບໍລິສັດ ລາວ-ຊິນຊູ ຈຳກັດຜູ້ດຽວ, ເປັນກຽດເຂົ້າຮ່ວມມີ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ແລະ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ການຮ່ວມມືໃນຄັ້ງນີ້, ເພື່ອນຳເອົາເທັກໂນໂລຢີນ້ຳໃຕ້ດີນທີ່ທັນສະໄໝ ຈາກ ສ. ເກົາຫຼີ ມາຊ່ວຍແກ້ໄຂບັນຫານ້ຳໃນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ, ເຂດຫ່າງໄກສອກຫຼິກ ເພື່ອຕອບສະໜອງນ້ຳໃຫ້ປະຊາຊົນ ເຂົ້າໃນການພັດທະນາຊີວິດການເປັນຢູ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ລຸດພົ້ນອອກຈາກຄວາມດ້ອຍພັດທະນາເປັນກ້າວໆ.
ບົດບັນທຶກສ້າງຄວາມເຂົ້າໃຈໃນຄັ້ງນີ້ ທັງສອງຝ່າຍໄດ້ຕົກລົງຮ່ວມມືກັນໃນໂຄງການດັ່ງກ່າວເປັນເວລາ 1 ປີ.

info@lfnd.org.la | 021 213754 | (856-21) 453191