ສູນກາງແນວລາວສ້າງຊາດ

Lao Front For National Development

ສູນກາງແນວລາວສ້າງຊາດ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກບໍລິສັດ ກຸ່ມນະຄອນຊັບ ຈໍາກັດຜູ້ດຽວ ເປັນມູນຄ່າ 300 ລ້ານກີບ

 

ພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈັດຂຶ້ນທີ່ສູນກາງແນວລາວສ້າງຊາດ ວັນທີ 6 ເມສາ 2022ເປັນກຽດກ່າວມອບໂດຍທ່ານ ເຊັຍຢູ XIEYU ປະທານ ບໍລິສັດ ກຸ່ມນະຄອນຊັບ ຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ສນຊ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບແມ່ນສະເປ (Loveheal ANTCOVID-19) ຈໍານວນ 1,200 ກ່ອງ ເປັນມູນຄ່າ 300 ລ້ານກີບ.

ໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຊົມເຊີຍ ແລະ ຂໍຂອບໃຈເປັນຢ່າງຍິ່ງ ຕໍ່ ບໍລິສັດ ກຸ່ມນະຄອນຊັບ ຈໍາກັດຜູ້ດຽວ ທີ່ໄດ້ມີນໍ້າໃຈເສຍສະຫຼະ ພ້ອມທັງມາມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ເພື່ອນຳໄປມອບຕໍ່ໃຫ້ແນວລາວສ້າງຊາດແຂວງໆທີ່ທີ່ມີຄວາມຫຍູ້ງຍາກ.

info@lfnd.org.la | 021 213754 | (856-21) 453191