ໃນວັນທີ 21 ພຶດສະພາ 2020 ນີ້ຢູ່ທີ່ສູນກາງແນວລາວສ້າງຊາດ ໄດ້ມີພິທີເຊັນບົດບັນທຶກການຮ່ວມມືລະຫວ່າງ ສູນເຕັກນິກ ກະສິກຳປ່າໄມ້ ຮ່ວມມືລາວ-ຫວຽດ, ແຂວງຫົວພັນ ແລະ ກຸ່ມບໍລິສັດພົງສະຫວັນ ຈໍາກັດ,. ເຂົ້າຮ່ວມເປັນກຽດໃນພິທີຄັ້ງນີ້ໂດຍມີທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ສິງພອນ ເລືອງຄຳມາ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດ ແຂວງຫົວພັນ, ທ່ານ ກອນໄທ ແກ້ວນະຄອນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ, ທ່ານ ແອຊຳ ວິໄລຈິດ ຫົວຫນ້າສູນເຕັກນິກກະສິກຳປ່າໄມ້ຮ່ວມມື-ຫວຽດນາມ ແຂວງຫົວພັນ, ຕ່າງຫນ້າກຸ່ມບໍລິສັດພົງສະຫວັນ ທ່ານ ນາຍພົນ ໄອ ສຸລິຍະແສງ ປະທານກຸ່ມບໍລິສັດພົງສະຫວັນ ຈຳກັດ, ທ່ານ ນາງ ແສງດາວ ບຸພາກອນຄໍາ ຮອງປະທານ ກຸ່ມບໍລິສັດພົງສະຫວັນ ຈໍາກັດ, ທ່ານ ສຈ. ດຣ. ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ ຮອງຫົວໜ້າທີ່ປຶກສາ ແລະ ຜູ້ຮ່ວມງານວຽກງານ ເສດຖະກິດ ແລະ ກົດໝາຍ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດພົງສະຫວັນ ຈໍາກັດ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພີຍານໃນຄັ້ງນີ້.
ເພື່ອເປັນການພັດທະນາ ສູນເຕັກນິກ ກະສິກຳປ່າໄມ້ ຮ່ວມມືລາວ-ຫວຽດ, ແຂວງຫົວພັນ ໃຫ້ມີຄວາມກ້າວໜ້າໄປເລື້ອຍໆ ທັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນວຽກງານກະສິກຳໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊາວກະສິກອນທາງດ້ານແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ທ່ວງທັນກັບລະດູການຜະລິດ ຮັບປະກັນໄດ້ປະລິມານ ແລະ ຄຸນນະພາບ, ແນໃສ່ຊຸກຍູ້ສະໜັບສະໜູນແຜນງານການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ໃຫ້ບັນລຸຕາມລະດັບຄາດໝາຍນັ້ນ, ສອງຝ່າຍໄດ້ປຶກສາຫາລືເປັນເອກະພາບກັນຈັດພິທີເຊັນບົດທຶກການຮ່ວມມືດ້ານວິຊາການຂຶ້ນໃນວັນທີ 21 ເດືອນ 5 ປີ 2020, ທີ່ສູນກາງແນວລາວສ້າງຊາດ ເພື່ອສ້າງສູນດັ່ງກ່າວໃຫ້ກາຍເປັນສູນສັງລວມແນວພັນພືດ, ແນວພັນສັດທີ່ດີ, ເປັນບ່ອນຖ່າຍທອດເຕັກນິກວິຊາການ, ສາທິດ ແລະ ຂະຫຍາຍຕາໜ່າງອອກສູ່ຊາວກະສິກອນໃນເຂດພື້ນທີ່ອ້ອມຂ້າງສູນ ແລະ ບັນດາແຂວງໃກ້ຄຽງ ແລະ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ຈະສະໜອງທຶນສະໜັບສະໜູນການເຄື່ອນໄຫວດ້ານວິຊາການ ແລະ ເງິນທຶນເພື່ອການພັດທະນາສວນສາທິດ, ຜະລິດແນວພັນພຶດ, ແນວພັນສັດ. ຫຼັງຈາກນັ້ນ, ຕ້ອງສະໜອງແນວພັນຄືນໃຫ້ແກ່ ກຸ່ມບໍລິສັດພົງສະຫວັນ ຈໍາກັດ ພ້ອມດຽວກັນນັ້ນທາງສູນກະສິກຳຈະໃຫ້ຄວາມຊ່ວຍເຫຼືອດ້ານວິຊາການ ການເຝິກອົບຮົມພ້ອມທັງລະດົມປະຊາຊົນພາຍໃນແຂວງຜະລິດກະສິກຳ ໂດຍມີການຄ້ຳປະກັນລາຄາ ແລະ ຕະຫຼາດຮອງຮັບ. ເປົ້າໝາຍຫຼັກຂອງໂຄງການແມ່ນເພື່ອການຜະລິດກະສິດກຳໄປສູ່ການຜະລິດອຸດສາຫະກຳກະສິກຳ ເຊິ່ງຖືເປັນສ່ວນໜຶ່ງຂອງໂຄງການສົ່ງເສີມການຜະລິດກະສິກຳໃຫ້ກາຍເປັນສິນຄ້າ ເພື່ອຕິດພັນກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ.

