ສະຖາບັນສົ່ງເສີມພະລັງງານທົດແທນ, ກະຊວງ ພະລັງງານ ແລະ ບໍ່ແຮ່ ມອບເງິນ ຈໍານວນ 10,000,000 ກີບ ໃຫ້ແກ່ ສູນກາງແນວລາວສ້າງຊາດ ເພື່ອປະກອບສ່ວນເຂົ້າໃນການປັບປຸງຫໍມູນເຊື້ອແນວລາວສ້າງຊາດ ກ່າວມອບໂດຍ ທ່ານ ປອ. ສິນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ. ພ້ອມດຽວກັນນັ້ນ, ໄດ້ມີກິດຈະກໍາເຕາະບານມິດຕະພາບຕື່ມອີກ.
