ສູນກາງແນວລາວສ້າງຊາດໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຄວາມເຂັ້ມແຂງ ວຽກງານເອກະສານໃຫ້ແກ່ພະນັກງານ ສູນກາງແນວລາວສ້າງຊາດ, ແນວລາວສ້າງຊາດ ແຂວງວຽງຈັນ, ແຂວງໄຊສົມບູນ, ນະຄອນຫຼວງ ແລະ ບັນດາເມືອງຂອງ 3 ແຂວງ ດັ່ງກ່າວ, ໂດຍການເປັນປະທານ ຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ, ໂດຍມີທ່ານ ດຣ. ຈັນເພັງ ສຸດທິວົງ ຄະນະປະຈໍາ, ຫົວໜ້າຫ້ອງການສູນກາງແນວລາວສ້າງາດ, ມີບັນດາວິທະຍາກອນແລະ ມີບັນດາທ່ານຄະນະຫ້ອງການ, ຄະນະກົມ, ຄະນະສູນ, ພະນັກງານວິຊາການຈາກບັນດາກົມ, ສນຝຶກອົບຮົມ ຂອງ ສູນກາງແນວລາວສ້າງຊາດ, ແນວລາວສ້າງຊາແຂວງ ແລະ ເເນວລາວສ້າງຊາດເມືອງ ເຂົ້າຮ່ວມ ທັງໝົດ 67 ທ່ານ, ຍິງ 40 ທ່ານ, ຢູ່ທີ່ ສູນຝຶກອົບຮົມ ສນຊ, ໃນວັນທີ 10-11 ກັນຍາ 2020.
ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທ່ານ (ສນຊ )ໄດ້ກ່າວວ່າ: ຈຸດປະສົ່ງຂອງການຈັດຝຶກອົບຮົມໃນຄັ້ງນີ້, ເພື່ອປັບປຸງວຽກງານຫ້ອງການໃຫ້ມີຄວາມເຂັ້ມແຂງ ເປັນຕົ້ນແມ່ນວຽກງານບໍລິຫານ, ວຽກງານບໍລິການຫ້ອງການ, ການຮ່າງເອກະສານທາງລັດຖະການ( ບົດບັນທຶກ, ບົດສະຫຼຸບ, ບົດລາຍງານ) ການຮ່າງບົດລາຍງານການເມືອງ ແລະ ບົດອື່ນໆ. ການນໍາໃຊ້ຄໍາສັບທີ່ຖືກຕ້ອງໃນພາສາລາວ ແລະ ໃຊ້ຄອມພີວເຕີຂັ້ນພື້ນຖານ, ເພື່ອເປັນການແລກປ່ຽນແລະ ຖອດຖອນບົດຮຽນການປະຕິບັດຕົວຈິງ, ວຽກງານຫ້ອງການຂອງອົງການ ແນລາວສ້າງຊາດລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ແນ່ໃສ່ປັບປຸງຍົກລະດັບຄວາມຮັບຮູ້ຄວາມສາມາດເພື່ອເຮັດໃຫ້ພະນກັງານຂອງອົງການແນວລາວສ້າງຊາດເຂົ້າໃຈ ກ່ຽວກັບການເຮັດໜ້າທີ່ເປັນເສນາທິການ, ເພື່ອຮັບໃຊ້ການນໍາ ໂດຍສະເພາະແມ່ນວຽກງານຫ້ອງການ.
ການຝຶກອົບຮົມຄັ້ງນີ້ ບັນດາອາຈານໄດ້ນໍາເອົາຂໍ້ມູນ, ບົດຮຽນທີ່ເປັນປະໂຫຍດທີ່ສໍາຄັນເຊັ່ນ: ວຽກພິທີການ MC ກອງປະຊຸມ, ຫຼັກການສ້າງເອກະສານທາງການ, ຮ່າງສັນຍາ, ກົດໝາຍ ແລະ ອື່ນໆ, ເຕັກນິກການຂຽນເອກະສານທາງການ ທາງດ້ານເນື້ອໃນ, ການໃຊ້ຄໍາສັບທາງການຕ່າງໆ, ການດໍາເນີນກອງປະຊຸມທາງໄກຜ່ານລະບົບວີດີໂອຄໍ, ຄວາມຮູ້ພື້ນຖານກ່ຽວກັບວຽກງານບໍລິຫານຫ້ອງການ ແລະ ບາງບັນຫາກ່ຽວກັບການຮ່າງເອກະສານ ໃນຂົງເຂດວຽກງານແນວລາວສ້າງຊາດ, ເຕັກນິກການສົ່ງຂໍ້ມູນຂ່າວສານ, ການຮ່ງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ແລະ ກອງປະຊຸມປະຈໍາປີໃນຂົງເຂດວຽກງານແນວລາວສ້າງຊາດ.