(ກອງປະຊຸມໃຫຍ່) ວັນທີ 13 ມັງກອນ 2021, ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງແຂງຊຽງຂວງ ໄດ້ກາວຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຖິງການເສີມຂະຫຍາຍການສ້າງຄອບຄົວຕົວແບບ ແລະ ການສ້າງກຸ່ມຜະລິດເປັນສິນຄ້າໃຫ້ເຂັ້ມແຂງ.
ທ່ານກ່າວວ່າ: ແຂວງຊຽງຂວາງ ມີເນື້ອທີ່ທັງຫມົດ 15.992 ກມ, ພູມສັນຖານສ່ວນໃຫ່ຍເປັນເຂດພູດອຍ ເຊິ່ງກວມເຖິງ 90% ຂອງເນື້ອທັງຫມົດ, ພູພຽງກວມ 9%, ທົ່ງພຽງກວມ 1%, ປະຊາຊົນສ່ວນ ໃຫຍ່ແມ່ນເປັນຊາວກະສິກອນ, ມີເນື້ອທີ່ກະສິກໍາປະມານ 610.000 ກ່ວາເຮັກຕາ, ມີເຂດພູພຽງທີ່ສາມາດລ້ຽງສັດປະມານ 551.000 ເຮັກຕາ. 5 ປີຜ່ານມາ, ແຂວງໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ ໂດຍໄດ້ກໍານົດທິດທາງແຜນງານ 3 ບຸລິມະສິດ ເຊັ່ນ: ການປູກ-ການລ້ຽງສັດໃຫຍ່ເປັນສິນຄ້າ, ການບໍລິການ ແລະ ການທ່ອງທ່ຽວ ແລະ ອຸດສາຫະກໍາການປຸງແຕ່ງຜົນຜະລິດກະສິກໍາ ແລະ ຊັບພະຍາກອນທໍາມະຊາດ. ຜ່ານການຈັດຕັ້ງປະຕິບັດ ໄດ້ຫັນຈາກການລ້ຽງແບບທໍາມະຊາດ ມາເປັນການລ້ຽງໃນຟາມ ແລະ ອື່ນໆ, ເຊິ່ງເຮັດໃຫ້ສັດລ້ຽງມີຈໍານວນເພີ່ມຂຶ້ນເຖິງ 1,7 ລ້ານກວ່າໂຕ ໃນນັ້ນ, ມີຄວາຍທັງຫມົດ 48 ພັນກວ່າໂຕ, ງົວ 159 ພັນກວ່າໂຕ, ມ້າ 5 ພັນກວ່າໂຕ, ຫມູ 1 ແສນກວ່າໂຕ, ແກະ ແລະ ແບ້ 32 ພັນກວ່າໂຕ, ສັດປີກ 1,3 ລ້ານກວ່າໂຕ.
ໃນດ້ານການປູກ-ການປຸງແຕ່ງຊາພູສັນ ເປັນສິນຄ້າຢູ່ໃນບັນດາກຸ່ມບ້ານ ຂອງແຂວງຊຽງຂວາງ ໄດ້ເລີ່ມມາແຕ່ປີ 2001-2007 ແລະ ມີສະມາຄົມສົ່ງເສີມການຜະລິດກະສິກໍາ ໄດ້ເຂົ້າໄປສໍາຫຼວດເກັບກໍາຂໍ້ມູນຕົ້ນຊາທໍາມະຊາດ ແລະ ໃຫ້ຄວາມຮູ້ກ່ຽວກັບຊາໃຫ້ແກ່ຊາວບ້ານ. ຈາກນັ້ນທາງແຂວງ ກໍໄດ້ສະເຫນີຕໍ່ໂຄງການຕາບີເປັນຜູ້ສະຫນັບສະຫນູນໃຫ້ທຶນປູກຊາຈໍານວນ 3000 ກວ່າຕົ້ນ. ໃນປີ 2013 ໄດ້ສະເຫນີສ້າງຕັ້ງກຸ່ມການ ຜະລິດ-ປຸງແຕ່ງຊາຂຶ້ນ. ຮອດປີ 2017 ທາງໂຄງການລູຣັດ ໄດ້ໃຫ້ການສະຫນັບສະຫນູນດ້ານອຸປະກອນໃນການສ້າງສູນຮຽນຮູ້ການຜະລິດ ແລະ ປຸງແຕ່ງຊາ ແລະ ນໍາເອົາບົດຮຽນໄປເສີມຂະຫຍາຍໃຫ້ແກ່ບັນດາກຸ່ມບ້ານ ເພື່ອປັບປຸງການສ້າງຕັ້ງກຸ່ມບ້ານ ແລະ ໄດ້ກາຍເປັນສິນຄ້າໂອດອບແຫ່ງຊາດໃນວັນທີ 20 ກໍລະກົດ 2020. ພົ້ນເດັ່ນກວ່າຫມູ່ໄດ້ແມ່ນການປູກ ແລະ ການປຸງແຕ່ງຊາຢູ່ 4 ກຸ່ມບ້ານ ເມືອງແປກ, ຜົນຜະລິດເກັບຍອດຊາດິບມາປຸງແຕ່ງໄດ້ 85,623 ໂຕນຕໍ່ປີ, ປຸງແຕ່ງເປັນຊາແຫ້ງ ເພື່ອສົ່ງອອກເປັນສິນຄ້າໄດ້ 31.938 ໂຕນຕໍ່ປີ, ລວມລາຍຮັບທັງຫມົດ: 5.749.000.000 ກີບ, ໄລຍະ 5 ປີມາສາມາດເກັບລາຍຮັບໄດ້ 28.745. 000.000 ກີບ ມີຕະຫຼາດຈໍາຫນ່າຍທັງພາຍໃນແຂວງ, ຕ່າງແຂວງ 20% ແລະ ຕ່າງປະເທດ 80% ສ່ວນໃຫ່ຍ ສປ.ຈີນ. ນອກນັ້ນ, ປະຊາຊົນໃນເຂດ 4 ກຸ່ມບ້ານ ຍັງໄດ້ເຮັດການຜະລິດປູກຝັງ ແລະ ລ້ຽງສັດ, ເຮັດສວນສະຕໍເບີລີ, ສວນໃຫ້ຫມາກຊະນິດຕ່າງໆ ສ້າງລາຍຮັບເພີ່ມຕື່ມອີກ. ປະຈຸບັນແຕ່ລະຄອບຄົວໄດ້ຮັບການພັດທະນາເສດຖະກິດດີຂຶ້ນເທື່ອລະກ້າວ.
ທ່ານກ່າວໃຫ້ຮູ້ອີກຕື່ມອີກວ່າ, ເພື່ອເປັນການເສີມຂະຫຍາຍບົດຮຽນການສ້າງຄອບຄົວຕົວແບບ ແລະ ການສ້າງກຸ່ມຜະລິດເປັນສິນຄ້າໃຫ້ເຂັ້ມແຂງໃຫ້ໄດ້ຕາມແຜນ ແລະ ຕົວເລກຄາດຫມາຍທີ່ວາງໄວ້ ຈະຕ້ອງໄດ້ມີມາດຕາການໃນການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດຄື: ໜຶ່ງ, ທຸກສິນຄ້າທີ່ເປັນຜະລິດຕະພັນຊາສົ່ງອອກ, ຕ້ອງໃຫ້ມີຄະນະຊີ້ນໍາຂັ້ນແຂວງ, ຂັ້ນເມືອງ, ຂັ້ນກຸ່ມບ້ານ. ສອງ,ໃຫ້ແຕ່ລະເມືອງຊຸກຍູ້ສົ່ງເສີມກຸ່ມຜະລິດ, ສ້າງຄອບຄົວຕົວແບບ ແລະ ກຸ່ມຜະລິດເປັນສິນຄ້າໃຫ້ເຂັ້ມແຂງ, ສາມ, ເອົາໃຈໃສ່ນໍາພາຈັດຕັ້ງກຸ່ມຜະລິດ, ສະຫາກອນ ແລະ ຮັບປະກັນດ້ານປະລິມານ, ຄຸນນະພາບ. ສີ່, ຈັດຕັ້ງກຸ່ມຜະລິດເປັນສິນຄ້າ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນທຸກຄົນ ແມ່ນຄວາມຮັບຜິດຊອບ ຂອງທຸກພາກສ່ວນຕ້ອງໄດ້ປະຕິບັດໃຫ້ໄດ້ຮັບຜົນດີ ແລະປັບປຸງແກ້ໄຂຂອດທີ່ຄົງຄ້າງ ແລະ ອື່ນໆ.