ສູນກາງແນວລາວສ້າງຊາດ

Lao Front For National Development

ສໍາເລັດກອງປະຊຸມຝຶກອົບຮົມວຽກງານກວດກາໃຫ້ພະນັກງານທີ່ເຮັດວຽກງານກວດກາແນວລາວສ້າງຊາດຂັ້ນເມືອງ

ໃນລະຫວ່າງວັນທີ 6-7 ກຸມພາ 2020 ນີ້, ກົມກວດກາສູູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາແນວລາວສ້າງຊາດຂັ້ນເມືອງຂອງ 3 ແຂວງຄື: ຄໍາມ່ວນ, ສະຫວັນນະເຂດ ແລະ ເຊກອງ ຢູ່ທີ່ເມືອງນາກາຍ ແຂວງ ຄໍາມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ປະທານກວດກາພັກ-ລັດ, ຮອງປະທານສູນກາງແນວລາວສ້າງຊາດຜູ້ ຊີ້ນໍາວຽກງານກວດກາ, ມີທ່ານ ນ. ສີພະຈັນ ນັນທະວົງສາ ຄະນະປະຈໍາ, ຫົວໜ້າກົມກວດກາ ສນຊ ຕະຫຼອດຮອດພະນັກງານແນວລາວສ້າງຊາດຈາກ 3 ແຂວງເຂົ້າຮ່ວມ.
ກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອປະຕິບັດຕາມ 6 ແຜນງານຂອງສູນກາງແນວລາວສ້າງຊາດທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ X ໂດຍສະເພາະແມ່ນແຜນງານທີ 4 ແຜນງານສ້າງຄວາມເຂັ້ມແຂງວຽກງານແນວລາວສ້າງຊາດເວົ້າລວມ, ເວົ້າສະເພາະແມ່ນໂຄງການຍົກສູງຄວາມສາມາດໃນການເຄື່ອນໄຫວວຽກງານກວດກາແນວວລາວສ້າງຊາດຂອງກົມກວດກາ. ຊຸດຝຶກອົບຮົມຄັ້ງນີ້, ໄດ້ນໍາເອົາ 7 ເອກະສານທີ່ສໍາຄັນເພື່ອມາສ້າງຄວາມຮັບຮູ້, ຄວາມເຂົ້າໃຈເພີ່ມເຕີ່ມໃຫ້ແກ່ຂະແໜງກວດກາແນວລາວສ້າງຊາດຂັ້ນເມືອງ ແລະ ແຂວງ, ເປັນຕົ້ນແມ່ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາຂອງພັກ, ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ; ວຽກງານຄົ້ນຄ້ວາແກ້ໄຂ ຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ; ການສ້າງເອກະສານກ່ຽວກັບວຽກງານກວດກາ; ວຽກງານການຕິດຕາມ-ກວດກາແນວລາວສ້າງຊາດ; ກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັງປຸງ) ແລະ ຂໍ້ກໍານົດວ່າດ້ວຍການຄົ້ນຄວ້າພິຈາລະນາແກ້ໄຂຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ. ນອກຈາກນີ້ແລ້ວກອງປະຊຸມຄັ້ງນີ້, ໄດ້ປະກອບຄໍາຄິດເຫັນຢ່າງກົງໄປກົງມາຕໍ່ຫົວຂໍ້ດັ່ງກ່າວ ໃນໂອກາດສຸດທ້າຍທ່ານ ນ. ຄໍາຈັນ ພົມແສງສະຫວັນ ໄດ້ມອບຄອມພິວເຕີຈໍານວນໜຶ່ງໃຫ້ແກ່ແນວລາວສ້າງຊາດເມືອງ.

info@lfnd.org.la | 021 213754 | (856-21) 453191