ເພື່ອເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ, ທັງເປັນການປະກອບສ່ວນເຂົ້າໃນບັນດາກິດຈະກຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽມນາມ ປີ 2022 ແລະ ປະຕິບັດຕາມ ຂໍ້ຕົກລົງການຮ່ວມມື ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄລຍະປີ 2022-2027. ໃນວັນທີ 22 ພະຈິກ 2022 ນີ້, ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມດັ່ງກ່າວຂື້ນ ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆສະຫວັນນະເຂດ, ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານຜູ້ປະຈໍາການສູນກາງແນວໂຮມປະເທດຊາດ ຫວຽດນາມ, ມີບັນດາທ່ານ ຄະນະປະຈໍາ ສນຊ, ຫ້ອງການກົມທີ່ກ່ຽວຂ້ອງ, ບັນດາທ່ານປະທານ-ຮອງປະທານແນວລາວສ້າງຊາດ 10 ແຂວງທີ່ມີຊາຍແດນຕິດຈອດກັນ, ມີຜູ້ຕາງໜ້າຈາກຄະນະພົວພັນຕ່າງປະເທດ ສູນກາງພັກ, ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ, ຄະນະກໍາມະການຊາຍແດນຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມ.


ໃນກອງປະຊຸມ, ໄດ້ຮັບຟັງບົດລາຍງານຜົນການຈັດຕັ້ງປະຕິບັດແຈ້ງການຮ່ວມກອງປະຊຸມເສີມສ້າງຊາຍແດນມິດຕະພາບ ລາວ-ຫວຽດນາມ ໄລຍະປີ 2017-2022 ແລະ ທິດທາງແຜນການປີ 2022-2024ຈາກທັງສອງຝ່າຍ ເຊິ່ງໄດ້ຍົກໃຫ້ເຫັນວ່າໄລຍະຜ່ານມາ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍປະຊາຊົນທີ່,ອາໄສຢູ່ຕາມລຽບຕາມຊາຍແດນ ໃຫ້ເຂົ້າຮ່ວມວຽກງານປົກປັກຮັກສາຫຼັກໝາຍຊາຍແດນ, ປະຕິບັດບົດບັນທຶກສັນຍາແຮກສ່ຽວລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ທີ່ມີຊາຍແດນຕິດຈອດກັນຂອງສອງປະເທດໄດ້ຢ່າງກວ້າງຂວາງ ເພື່ອເປັນການປະກອບສ່ວນເຂົ້າການເສີມສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບທີ່ຍືນຍົງ ແລະ ຮ່ວມມືສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ລຽບຕາມຊາຍແດນໃຫ້ດີຂຶ້ນກວ່າເກົ່າ; ທັງສອງຝ່າຍໄດ້ມີການສົ່ງຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ໄປຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນກ່ຽວກັບ ວຽກງານແນວໂຮມຂອງສອງປະເທດ; ຊ່ວຍກັນຕ້ານ, ສະກັດກັ້ນປະກົດຫຍໍ້ທໍ້ຕ່າງໆ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຢູ່ບໍລິເວນ ຊາຍແດນ ສົ່ງເສີມບັນດາວິສາຫະກິດ ຂອງສອງປະເທດ.
ພ້ອມກັນນັ້ນ, ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງ ປະທານແນວລາວສ້າງຊາດແຂວງ ແລະ ແນວໂຮມປະເທດຊາດ ຫວຽດນາມ ທີ່ມີສາຍແດນຕິດຈອດກັນ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ເປັນເອກະພາບກັນຮັບຮອງຂໍ້ແຂ່ງຂັນຂອງກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ, ສັນຕິພາບ, ມິດຕະພາບຮ່ວມມືກັນພັດທະນາ ແຕ່ປີ 2022-2025 ເພື່ອສືບຕໍ່ໂຄສະນາ, ສຶກສາອົບຮົມປະຊາຊົນຂອງຕົນ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເອກອ້າງທະນົງໃຈຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ເພິ່ມພູນຄູນສ້າງສາຍພົວພັນອັນລໍ້າຄ່າໃຫ້ຍືນຍົງຕະຫຼອດໄປ.
ຂ່າວ-ພາບ: ລີ+ເຢ້
ບກ: ພ ບຸບຜາ
