ໃນລະຫວ່າງວັນທີ 04-06 ທ່ານ ຄະນອງລິດ ສີສົມບູນ, ຄະນະປະຈຳ, ຫົວໜ້າກົມສາສະໜາ ສູນກາງແນວ ລາວສ້າງຊາດ ພ້ອມດ້ວຍຄະນະ; ໄດ້ນຳເອົາອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຫ້ອງການ ໄປມອບໃຫ້ ໂຮງຮຽນມັດທະຍົມຕອນຕົ້ນສົງ, ເມືອງ ຄົງເຊໂດນ ແລະ ເມືອງ ລະຄອນເພັງ ແຂວງ ສາລະວັນ, ຮັບໂດຍພຣະອາຈານໃຫຍ່ ເຈົ້າຄະນະທັງສອງເມືອງ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີພຣະອາຈານໃຫຍ່ ປອ. ສີປະເສີດ ໄຊຍະປັນຍາ, ຮອງເຈົ້າຄະນະ ອພສ ແຂວງ, ຜູ້ຊີ້ນຳວຽກງານສຶກສາສົງແຂວງສາລະວັນ; ທ່ານ ຄຳຕາ ໂຮ່ຊົງເລືອງ, ຄະນະປະຈຳພັກ ແຂວງ, ປະທານແນວລາວສ້າງຊາດແຂວງສາລະວັນ; ມີ ທ່ານ ທອງດີ ຈັນທະວົງ, ກຳມະ ການພັກແຂວງ, ເລຂາພັກ ເມືອງ, ເຈົ້າເມືອງໆລະຄອນເພັງ; ທ່ານ ວັນນະລອນ ອິນທະພອນເດດ, ຮອງເລຂາພັກ ເມືອງ, ປະທານກວດກາ ເມືອງຄົງເຊໂດນ; ມີບັນດາທ່ານ ຮອງປະທານແນວສ້າງຊາດແຂວງ, ປະທານແນວລາວສ້າງ ຊາດເມືອງ, ພະນັກງານ ແນວລາວສ້າງທັງສອງເມືອງ, ມີ ພຣະສົງ-ສາມະເນນ, ເຖົ້າແກ່ແນວໂຮມ ແລະ ຜູ້ຊົງຄຸນວຸດທິ ເຂົ້າຮ່ວມ.
ທ່ານ ຫົວໜ້າກົມສາສະໜາ ສນຊ ໄດ້ໃຫ້ຮູ້ວ່າ: ອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຫ້ອງການ ທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກສະຖານເອກອັກຄະຣາຊະທູດຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ສົມທົບຮ່ວມກິດຈະກຳກັບສູນກາງແນວລາວສ້າງຊາດ ເນື່ອງໃນໂອກາດ ຄົບຮອບ 70 ປີ ຂອງສາຍ ພົວພັນການທູດໄທ-ລາວ; ເຊິ່ງລວມມູນຄ່າທັງໝົດ: 120.000 ບາດ.