ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ອັດຕະປື ຄັ້ງທີ XI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 17 – 18 ກັນຍາ 2020 ທີ່ຫໍປະຊຸມຂອງແຂວງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ,ເຈົ້າແຂວງແຂວງ ອັດຕະປື, ໃຫ້ກຽດເຂົ້າຮ່ວມມີສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ກວດກາສູນກາງ, ບັນດາສະຫາຍໃນຄະນະປະຈໍາພັກ,ກໍາມະການພັກ, ພະນັກງານອາວຸໂສບໍານານ, ແຂກເຊື້ອເຊີນແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 242ສະຫາຍ,ຍິງ 42 ສະຫາຍ.
ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ,ເຈົ້າແຂວງໆ ອັດຕະປື ໄດ້ໃຫ້ກຽດກ່າວໄຂກອງປະຊຸມ ແລະ ຜ່ານບົດລາຍງານການເມືອງທັງສອງພາກຄື: ການຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ XI (2016-2020) ແລະ ທິດທາງແຜນການ 5ປີ 2021-2025) ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດຕົວຈິງໃນທຸກຂົງເຂດວຽກງານເຊັ່ນ: ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນາທໍາ-ສັງຄົມ,ຂົງເຂດນິຕິບັນຍັດ, ຂົງເຂດຕຸລາການ ແລະວຽກງານຍຸຕິທໍາ, ຂົງເຂດແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ ແລະວຽກງານອື່ນໆ ສິ່ງທີ່ພົ້ນເດັ່ນຕະຫລອດໄລຍະ 5ປີຜ່ານມາ ທົ່ວແຂວງ ມີຄວາມສະຫງົບແລະ ຄວາມເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າມີຄວາມວາມັກຄີປອງດອງ, ເສດຖະກິດ-ສັງຄົມໄດ້ຮັບການພັດນາຢ່າງຕໍ່ເນື່ອງ GDP ເພີ່ມຂຶ້ນ 7,5%ຕໍ່ປີ, ສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.011ໂດລາ, ທຽບໃສ່ປີ 2015 ເພີ່ມຂຶ້ນ 13,6% ແລະວຽກງານອື່ນໆກໍໄດ້ບັນລຸຕາມລະດັບຄາດຫມາຍທີ່ວາງໄວ້. ໃນວາລະດຳເນີນກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຄັ້ງ ທີ XI ຂື້ນເຊີ່ງມີຜູ້ສະໝັກຮັບເລືອກຕັ້ງ ທັງໝົດ 38 ສະຫາຍ ຍິງ 6 ສະຫາຍ ເລືອກຕັ້ງໄດ້ 33 ສະຫາຍ ຍິງ 5 ສະຫາຍ.
ຜ່ານການປ່ອນບັດເລືອກຕັ້ງ ແລະ ຕາມການຕົກລົງເຫັນດີເປັນເອກະສັນ ເລືອກເອົາ ສະຫາຍ ເລັດ ໄຊຍະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍມະນິພອນ ໄຊສົມພູ ເປັນຮອງເລຂາ, ແລະ ສະຫາຍ ບຸນຮຽນ ແກ້ວບົວພາດ ເປັນຮອງເລຂາ, ປະທານ ແລະ ຮອງປະທານກວດກາ 4 ສະຫາຍ, ພ້ອມກັນນັ້ນໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນເພື່ອໄປຮ່ວມກອງປະຊຸຸມໃຫ່ຍ ຄັ້ງທີ XI ຂອງພັກ ຈຳນວນ 16 ຮອງ 02 ສະຫາຍ.
ພິເສດໃນກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບາງຕອນສະຫາຍເນັ້ນວ່າ:
ໃນຊຸມປີຕໍ່ໜ້າ ຄາດໝາຍໃຫຍ່ຕົ້ນຕໍຂອງແຂວງອັດຕະປື ແມ່ນຮັບປະກັນສະ ຖຽນລະພາບທາງດ້າການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ຍຸຕິທຳ; ສຸມໃສ່ຍົກລະດັບຄວາມສາມາດນໍາພາຂອງຄະນະພັກ, ປັບປຸງລະບົບການຈັດຕັ້ງຂັ້ນຕ່າງໆ ໃຫ້ມີການຫັນປ່ຽນຢ່າງແຂງແຮງ, ຮອບດ້ານ ແລະ ເລິກເຊິ່ງ; ສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາ ເຜົ່າ, ເຊີດຊູນາໍ້ໃຈຮັກຊາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ; ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນ, ໝູນໃຊ້ກາລະໂອກາດ ແລະ ການຮ່ວມມືກັບເພື່ອນມິດສາກົນ, ພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍ ຕົວຢ່າງໜັກແໜ້ນຕໍ່ເນື່ອງ,ມີຖານລາຍຮັບໝັ້ນຄົງ, ສຸມໃສ່ແກ້ໄຂຄວາມທຸກຍາກ, ຊີ ວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ. ໃນນັ້ນ, ສະເໜີບັນດາສະຫາຍເອົາ ໃຈໃສ່:
1.ໃຫ້ຢຶດໝັ້ນອຸດົມການຂອງພັກຢ່າງສະເໝີຕົ້ນ ສະ ເໝີປາຍ, ກໍາແໜ້ນຫຼັກການ ແລະ ທິດນຳແຫ່ງການກໍ່ສ້າງພັກ; ຕັ້ງໜ້າປັບປຸງປົວ ແປງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ການນຳພາຕ້ອງຮັບປະກັນໃຫ້ໄດ້ຫຼັກການລວມສູນປະຊາທິປະໄຕ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເຮັດໃຫ້ພັກກາຍເປັນກ້ອນກໍາລັງເອກະພາບທາງດ້ານແນວຄິດ ແລະ ການກະທຳ ພ້ອມກັນນັ້ນ ກໍ່ຕ້ອງປະຕິບັດຫຼັກການຕິຊົມຕົນເອງ ແລະ ຕິຊົມກັນກໍ່ສ້າງກັນໃນການດຳເນີນຊີວິດພັກໃຫ້ເຂັ້ມງວດ ແລະ ເປັນປະຈຳ
ສືບຕໍ່ກໍ່ສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງແລະ ໜັກແໜ້ນ, ສືບຕໍ່ຍົກສູງລະດັບຄວາມຮູ້ ແລະ ຄວາມສາມາດນໍາພາໃນຂະບວນການວຽກງານຕົວຈິງໃຫ້ສູງຂຶ້ນ ໃຫ້ສາມາດເປັນຫຼັກແຫຼ່ງນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຕໍ່ໜ້າ ແລະ ມະຕິກອງປະ ຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະ ມີໝາກມີຜົນນັບມື້ສູງຂຶ້ນ.
- ຄະນະພັກພວກເຮົາ ຕ້ອງເອົາໃຈໃສ່ນໍາພາ ປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນພາລະກິດປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢູ່ໃນທົ່ວສັງຄົມຢ່າງບໍ່ລົດລະເພື່ອສືບຕໍ່ສ້າງພື້ນຖານ ປະຖົມປັດໃຈທີ່ເອື້ອອໍານວຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງ, ສ້າງແຮງດຶງດູດ ແລະ ຄວາມໝັ້ນໃຈໃຫ້ແກ່ການລົງທຶນໃສ່ໃນທຸກຂົງເຂດວຽກງານຢ່າງຕັ້ງໜ້າ
- ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ກໍ່ຄືຄວາມສາມາດໃນການຄຸ້ມຄອງ-ບໍລິຫານ ຂອງອົງການປົກຄອງທຸກຂັ້ນ ໂດຍສະ ເພາະ ແມ່ນນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຄຸນນະພາບສູງ ແລະ ແທດເຖິງກວ່າເກົ່າ/
- ເພີ່ມທະວີການຄຸ້ມຄອງ, ບໍລິການຂອງອົງການປົກຄອງແຕ່ລະຂັ້ນໃຫ້ ມີຄວາມສັກສິດ, ເຂັ້ມງວດ, ຍຸດຕິທຳ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ
- ການສ້າງຊັບພະຍາກອນມະນຸດ (ຄົນ) ຖືເປັນປັດໄຈຕັດສິນ, ອັນສໍາຄັນ ໃຫ້ສືບຕໍ່ຍູ້ແຮງລະບົບການສຶກສາໃຫ້ເຂັ້ມແຂງທົ່ວເຖິງ ເປັນຕົ້ນ ຢູ່ເຂດຊົນນະບົດຫ່າງໄກ-ສອກຫຼີກ ໃຫ້ມີເງື່ອນໄຂ ແລະ ກາລະໂອກາດ ເຂົ້າຮຽນຫຼາຍຂຶ້ນ ທັງຄວບຄູ່ກັບຄຸນນະພາບ, ໃຫ້ປະຊາຊົນມີຄວາມຮູ້, ຄວາມສາມາດ ກາຍເປັນຜູ້ຜະລິດສິນຄ້າ ທັງເປັນຜູ້ຮູ້ນຳໃຊ້ຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ແລະ ເປັນທ່າແຮງຂອງແຂວງ.
- ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວ ໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງໃຫ້ລະອຽດ,ຈະແຈ້ງ, ບໍ່ວ່າຈະແມ່ນວຽກງານຢູ່ຂະແໜງການໃດ, ຂົງເຂດ ໃດເມື່ອໝູ່ຄະນະ, ການຈັດຕັ້ງ ກໍ່ຄືຂັ້ນເທິງໄດ້ມອບໝາຍໃຫ້ໄປຮັບຜິດຊອບ ກໍຕ້ອງເອົາໃຈໃສ່ປະຕິບັດດ້ວຍຄວາມຮັບຜິດຊອບ, ບໍ່ໃຫ້ເລືອກວຽກ, ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່.
- ສືບຕໍ່ນໍາພາຊີ້ນໍາການຈັດຕັ້ງຜັນຂະຫຍາຍເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ໃນຄະນະບໍລິຫານງານພັກແຂວງ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ ຢູ່ບັນດາເມືອງ, ຂະແໜງການ ແລະ ຮາກຖານຕ່າງໆ ກໍ່ຄືປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ ແລະທົ່ວເຖິງ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ເຮັດໃຫ້ພະນັກງານ ແລະ ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶ່ມ, ກໍາ ແໜ້ນ ຕໍ່ທິດທາງ, ແຜນນະໂຍບາຍ, ຄາດໝາຍສູ້ຊົນຕ່າງໆ ແລະ ມີຄວາມຕື່ນຕົວ ເປັນເຈົ້າການເຂົ້າຮ່ວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເປັນຂະບວນການທີ່ແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ.
ກອງປະຊຸມໄດ້ດຳເນິນໄປເປັນເວລາ 2 ວັນ ແລະ ໄດ້ປິດລົງດ້ວຍຜົນສຳເລັດຢາງຈົບງາມ.