ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນຫວນຄືນມາຂອງທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິ ການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ,ອະດີດປະທານສູນກາງແນວ ລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໜຶ່ງໃນຈໍານວນຜູ້ນໍາການປະຕິວັດລາວທີ່ກໍ່ຕັ້ງກອງຮ້ອຍລາດຊະວົງ ສະໄໝ 25 ຄົນທໍາອິດໃນປີ 1949 (ຕົ້ນກຳເນີດກອງທັບປະຊາຊົນລາວໃນປະຈຸບັນ)…ລູກຫລານຂໍຈາລຶກບຸນຄຸນ, ຜົນງານແລະ ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງທ່ານໄວ້ໃນດວງໃຈ. ເປັນຄວາມຊົງຈໍາ ໂດຍສະເພາະໄລຍະທ່ານເປັນປະທານ ສູນກາງແນວລາວສ້າງຊາດຕະຫລອດໄລຍະ 10 ປີ, ພວກລູກຫລານຈະພ້ອມກັນປົກປັກຮັກສາ ແລະຫວງແຫນແຜ່ນດິນນີ້ໄວ້ຕາບນານແສນນານ …ຂໍໃຫ້ດວງວິນຍານທ່ານຂຶ້ນສູ່ສະຫວັນຊັ້ນຟ້ານະພາໄລທີ່ດີເຖີ້ນ ສາທຸໆໆ,
