ສູນກາງແນວລາວສ້າງຊາດ

Lao Front For National Development

ອົງການຈັດຕັ້ງມະຫາຊົນອວຍພອນວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 71 ປີ

ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ (13 ສິງຫາ 1950 – 13 ສິງຫາ 2021) ສາມອົງການຈັດຕັ້ງມະຫາຊົນຄື: ສູນກາງສະຫະພັນແມ່ຍິງນຳ ໂດຍທ່ານ ນ. ດຣ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງສະຫະພັນກຳມະບານລາວ ນຳໂດຍ ທ່ານ ນ. ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະໄດ້ນຳເອົາກະຕ໋າ ຂອງຂວັນອວຍພອນການນຳສູນກາງແນວລາວສ້າງຊາດ ເປັນກຽດຕ້ອນຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ວັນທີ 16 ສິງຫາ 2021 ນີ້ ທີ່ສູນກາງແນວລາວສ້າງຊາດ.
ທ່ານ ນ. ດຣ ອິນລາວັນ ແກ້ວບຸນພັນ ຕາງໜ້າອົງການຈັດຕັ້ງມະຫາຊົນໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນຍີ່ງໃຫຍ່ ຂອງອົງການແນວລາວສ້າງຊາດຕະຫຼອດໄລຍະ 71 ປີຜ່ານມາທີໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດບໍ່ວ່າໄລຍະການຕໍ່ສູ້ກູ້ຊາດ ແລະ ໄລຍະການສ້າສາພັດທະນາປະເທດຊາດ ເຊິ່ງອົງການແນວລາວສ້າງຊາດຍາມໃດກໍ່ເປັນຄັນທຸງເຕົ້າໂຮມຄວາມສາມັກຄີນຳພາປະຊາຊົນລາວບັນດາເຜົ່າປະຕິບັດສອງໜ້າຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.
ພ້ອມກັນນີ້, ທ່ານປະທານສູນກາງແນວສ້າງຊາດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ສາມອົງການຈັດຕັ້ງມະຫາຊົນທີ່ເຫັນຄວາມສຳຄັນຕໍ່ວັນສ້າງຕັ້ງແນວລາວສ້າງຊາດ ໄດ້ມາ ອວຍພອນໃນຄັ້ງນີ້ ແລະ ທ່ານກ່າວຕື່ມວ່າຕະຫຼອດສອງໄລຍະການຕໍ່ສູ້ກູ້ສາດ ແລະ ໄລຍະ ສ້າງສາພັດທະນາປະເທດ ສາມອົງການຈັດຕັ້ງມະຫາຊົນກໍ່ໄດ້ຄຽງບ່າຄຽງໄລ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານແນວລາວສ້າງຊາດກໍ່ຄືການປຸກລະດົມສະມາຊິກແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ ເຂົ້າຮ່ວມບວນການທີ່ສຳຄັນ ຂອງຊາດ ຂອງພັກຕະຫຼອດໄລຍະຜ່ານມາ.
ພາບ ແລະ ຂ່າວ: ເລົ່າລໍ່
ບກໂດຍ: ສຊ ຈື້ໄຊ
info@lfnd.org.la | 021 213754 | (856-21) 453191