ໃນວັນທີ13 ມີນາ 2020 ນີ້ ທ່ານ ສົມເພັດ ອິນທະທິລາດ ກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ13 ປະທານແນວລາວສ້າງຊາດແຂວງສະຫວັນນະເຂດ ຮ່ວມກັບ ຄະນະອົງການຈັດຕັ້ງມະຫາຊົນຂັ້ນແຂວງ ແລະ ອົງການກາແດງ ໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ ຢູ່ທີ່ເມືອງນອງ ໂດຍມອບຜ່ານອົງການປົກຄອງເມືອງນອງ ແລະ ຈຸດສຸມຕັງອາໄລ.
ເຄື່ອງອຸປະໂພກ- ບໍລິໂພກ ທີ່ໄດ້ມາແມ່ນເປັນການປະກອບສ່ວນ ຢ່າງກວ້າງຂວາງຈາກບັນດາຕົວແທນຊັ້ນຄົນ ຊົນເຜົ່າ, ສາສະໜາ ທັງເປັນວັດຖຸ ແລະ ທຶນຮອນ ເພື່ອຊ່ວຍເຫຼືອສັງຄົມ ປະກອບມີ : ເຂົ້າສານ,ອາຫານແຫ້ງ,ນຳ້ດື່ມ, ເຄື່ອງໃຊ້ຄົວເຮືອນຕ່າງໆ, ເຄື່ອງນຸ່ງຫົ່ມ,ສາດ,ໝອນ,ຜ້າຫົ່ມ ແລະ ອື່ນໆ… ລວມມູນຄ່າທັງໝົດ 67,694,000 ກີບ. ການລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ຈຸດດັ່ງນີ້ : ຢູ່ທີ່ຫ້ອງວ່າການປົກຄອງເມືອງນອງ ຮັບໂດຍ ທ່ານ ລຳແກ້ວ ແສງໜູທອງ ເລຂາພັກເມືອງ ເຈົ້າເມືອງໆນອງ ເຂົ້າຮ່ວມມີ ປະທານແນວລາວສ້າງຊາດເມືອງ, ອົງການຈັດຕັ້ງມະຫາຊົນ, ຄະນະຫ້ອງການອ້ອມຂ້າງເມືອງ; ທີ່ຈຸດສຸມຕັງອາໄລ ຮັບໂດຍ ທ່ານທ່ານ ບຸນໂສມ ແສນປັນຍາ ກຳມະການພັກເມືອງ ຫົວໜ້າຈຸດສຸມຕັງອາໄລ ມີຄະນະຫ້ອງການອ້ອມຂ້າງເມືອງ, ອຳນາດການປົກຄອງພ້ອມດ້ວຍພໍ່ແມ່ປະຊາຊົນຈຳນວນໜຶ່ງເຂົ້າຮ່ວມເປັນສັກຂີພະຍານ.
ພິທີ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ຮ່ວມກັບອົງການພາຄີ ແລະ ອົງການກາແດງ ທີ່ມີຕໍ່ປະຊາຊົນ ຜູ້ທີ່ທຸກຍາກ ຂາດເຂີນທາງດ້ານ ເຄື່ອງ ອຸປະໂພກ – ບໍລິໂພກ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ ທັງເປັນການບັນເທົາທຸກໃຫ້ແກ່ເຂົາເຈົ້າ ເຊິ່ງຜ່ານມາ ແຂວງສະຫວັນະເຂດ ໄດ້ປະສົບໄພພິບັດທາງທຳມະຊາດຢູ່ຫຼາຍເມືອງ ແລະ ແນວລາວສ້າງຊາດກໍ່ໄດ້ເປັນເຈົ້າການປຸກລະດົມຊຸກຍູ້ໃຫ້ພາກສ່ວນຕ່າງໆປະກອບສ່ວນຊ່ວຍເຫຼືອເປັນມູນຄ່າຫຼາຍຮ້ອຍລ້ານກີບ.