ວັນທີ 12 ມີນາ 2021 ນີ້ ຢູ່ທີ່ພະແນກແຜນການ ແລະ ການລົງທຶນ ອົງການແນວລາວສ້າງຊາດແຂວງອຸດົມໄຊ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດ ແຂວງອຸດົມໄຊ ຄັ້ງທີ VII, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນາງ ຈັນທະຈອນ ດວງສຸກ ຮອງປະທານແນວລາວສ້າງຊາດແຂວງອຸດົມໄຊ, ມີພະນັກງານລັດຖະກອນຈາກ 6 ພະແນກການ, ບັນດາທະນາຄານ, ລັດວິສາຫະກິດ, ສະມາຄົມລົດໂດຍສານ, ໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເຂົ້າຮ່ວມ 71 ທ່ານ ຍິງ 25 ທ່ານ.
ພິທີໃນຄັ້ງນີ້ ທ່ານ ນາງ ຈັນທະຈອນ ດວງສຸກ ໄດ້ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງອຸດົມໄຊ ຄັ້ງທີ VII, ມະຕິຕົກລົງຂອງຄະນະປະຈໍາແນວລາວສ້າງຊາດແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະກໍາມະການແນວລາວສ້າງຊາດ ແຂວງອຸດົມໄຊ ສະໄໝທີ VII ເລກທີ 199/ຄປຈ.ອຊ ລົງວັນທີ 10 ມີນາ 2021 ແລະ ເຜີຍແຜ່ກົດໝາຍແນວລາວສ້າງຊາດສະບັບປັບປຸງ ເລກທີ49/ສພຊ ລົງວັນທີ 20 ມິຖຸນາ 2018. ການລົງເຜີຍແຜ່ເຊື່ອມຊືມເອກະສານໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ ແລະ ຮັບຮູ້ ພາລະບົດບາດ, ສິດໜ້າທີ່ ຂອງຄະນະກຳມະການແນວລາວສ້າງຊາດແຂວງ ແລະ ນຳເອົາເນື້ອໃນມະຕິກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງອຸດົມໄຊ ຄັ້ງທີ VII ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງທີ່ຕົນສັງກັດ.