ເພື່ອເປັນການປະກອບສ່ວນຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນລາວບັນດາເຜົ່າ ທີ່ປະສົບໄພທຳມະຊາດນ້ຳຖ້ວມ ໃນໄລຍະທີ່ຜ່ານມາ ຂອງແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ. ໃນວັນທີ 1 ກັນຍາ 2023 ນີ້ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເງິນສົດຈຳນວນ 55 ລ້ານກີບໃຫ້ແຂວງຄຳມ່ວນ ເປັນກຽດຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເຈົ້າແຂວງຄຳມ່ວນ ແລະ ມອບເງິນສົດຈຳນວນ 45 ລ້ານກີບ ໃຫ້ແຂວງບໍລິຄຳໄຊ ໃຫ້ກຽດກ່າວຮັບໂດຍ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງແຂວງເຂົ້າຮ່ວມ.
ໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຜົນກະທົບໄພທຳມະຊາດນ້ຳຖ້ວມ ທີ່ເກີດຂຶ້ນຢູ່ສອງແຂວງໃນໄລະຍະທີ່ຜ່ານມາ, ທ່ານເຈົ້າແຂວງຄຳມ່ວນ ແລະ ທ່ານ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຕາງໜ້າການນຳ ແລະ ປະຊາຊົນສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ສູນກາງແນວລາວສ້າງຊາດ ໂດຍສະເພາະແມ່ນ ທ່ານຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ ທີ່ມີຄວາມເປັນຮ່ວງເປັນໃຍ ແລະ ໄດ້ລົງມາຢ້ຽມຢາມ ພ້ອມທັງມອບເງິນຈຳນວນດັ່ງກ່າວໃຫ້ທັງສອງແຂວງໃນຄັ້ງນີ້ ເຊິ່ງເງິນຈຳນວນທີ່ໄດ້ຮັບຄະນະຮັບຜິດຊອບຈະນຳ ໄປຈັດຊື້ອາຫານ, ສິ່ງຂອງທີ່ຈຳເປັນ ແລະ ຮີບດ່ວນ ເພື່ອນຳໄປມອບຕໍ່ໃຫ້ຄອບຄົວປະຊາຊົນທີ່ປະສົບໄພນ້ຳຖ້ວມ ໄດ້ນຳໄປໝູນໃຊ້ເຂົ້າພາຍໃນຄອບຄົວ ໃຫ້ເກີດປະໂຫຍດສູງສຸດ. ພ້ອມກັນນັ້ນ, ທ່ານຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມແນວລາວສ້າງຊາດແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ເຊິ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຜົນງານທີ່ພົ້ນເດັ່ນ ໃນການເຄື່ອນໄຫວວຽກງານແນວລລາວສ້າງຊາດ ຂອງແຂວງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາແນວລາວສ້າງຊາດແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ, ປຸກລະດົມຂົນຂວາຍຄວາມສາມັກຄີປອງດອງ ປະຊາຊົນລາວບັນດາເຜົ່າ ເຮັດໃຫ້ມີຫຼາຍເມືອງສາມາດປະກາດຮັບຮອງເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ໄດ້ເປັນເຈົ້າການລະດົມການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂໄພທຳມະຊາດນ້ຳຖ້ວມ ທີ່ປະຊາຊົນຢູ່ພາຍໃນທົ່ວແຂວງຂອງຕົນໄດ້ຮັບຜົນກະທົບ.
ໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີມຕໍ່ຄະນະນຳຂອງແຂວງ ແລະ ຊົມເຊີຍຕໍ່ຜົນງານທີ່ແນວລາວສ້າງຊາດແຂວງ ສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນຕື່ມວ່າ: ໃນເງື່ອນໄຂທີ່ແຂວງໄດ້ຮັບຜົບກະທົບຈາກໄພນ້ຳຖ້ວມນີ້ ໃຫ້ແນວລາວສ້າງຊາດສືບຕໍ່ໃກ້ສິດຕິດເທດກັບປະຊາຊົນ, ໄປໃຫ້ກຳ ລັງໃຈ, ສືບຕໍ່ປຸກລະດົມຄວາມສາມັກຄີປອງດອງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນປັບປຸງ, ແກ້ໄຂພື້ນຖານໂຄ່ງລ່າງຂອງບ້ານທີ່ເກີດໄພນ້ຳຖ້ວມ, ປັບປຸງເຮືອນຊານບ້ານຊ່ອງໃຫ້ສາມາດກັບໄປຢູ່ໄດ້ຕາມປົກກະຕິ, ສຶກສາອົບຮົມໃຫ້ປະຊາຊົນມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ຫວັງດີ ແລະ ໃຫ້ປະຊາຊົນເຂົ້າຮ່ວມປະຕິບັດສອງວາລະແຫ່ງຊາດ, ສຶກສາຄົ້ນຄວ້າບັນດາເນື້ອໃນຂໍ້ແຂ່ງຂັນ ແລະ ພັດທະນາ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະ ຫຍາຍຢູ່ຂັ້ນທ້ອງຖິ່ນ, ສືບຕໍ່ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກສະພາປະຊາຊົນແຂວງ, ເກັບກຳຫາງສຽງຂອງສັງຄົມ, ສືບຕໍ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການຜະລິດກະສິກຳເປັນສິນຄ້າສົ່ງອອກສູູ່ຕະຫລາດ ເພື່ອສ້າງໄລຮັບໃຫ້ແກ່ປະຊາຊົນ ແລະ ແກ້ໄຂເສດຖະກິດຄອບ ຄົວໃຫ້ດີຂື້ນກວ່າເກົ່າ.
ເງິນສົດຈຳນວນທີ່ມອບໃຫ້ແຂວງຄຳມ່ວນແມ່ນ ໄດ້ຈາກການປະກອບສ່ວນຂອງບໍລິສັດ ແສງມີໄຊ ຄົບວົງຈອນ ຈຳກັດຜູ້ດຽວ ຈຳນວນ 25 ລ້ານກີບ ແລະ ສູນກາງແນວລາວສ້າງຊາດ ຈຳນວນ 30 ລ້ານກີບ ລວມທັງໝົດເປັນ 55 ລ້ານກີບ ແລະ ເງິນສົດທີ່ມອບໃຫ້ແຂວງບໍລິຄຳໄຊ ແມ່ນໄດ້ຈາກສູນກາງແນວລາວສ້າງຊາດ 20 ລ້ານກີບ ແລະ ບໍລິສັດ ແສງມີໄຊ ຄົບວົງຈອນ ຈຳກັດຜູ້ດຽວ 25 ລ້ານກີບ ລວມທັງໝົດເປັນ 45 ລ້ານກີບ.
ຂ່າວ: ເຢ້
ບກ: ຈິດຕະພົງ