ທີ່ສວນອະນຸສາວະລີພະບາດສົມເດັດພະເຈົ້າໄຊຍະເສດຖາທິຣາດ, ໃນວັນທີ 26 ມັງກອນ 2021 ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ; ທ່ານ ບຸນໂຮມ ພົມມະສານ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ ໄດ້ຮ່ວມພິທີຕັກບາດຖວາຍສັງກະທານແດ່ພະສົງ 99 ອົງ ແລະ ອຸທິດກອງບຸນ 38 ກອງ ທີ່ອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ເພື່ອອຸທິດສ່ວນບຸນກຸສົນໃຫ້ດວງວິນຍານຂອງພະເຈົ້າໄຊຍະເຊດຖາທິຣາດ ເປັນການລະນຶກເຖິງຄຸນງາມຄວາມດີ ທີ່ເພິ່ນໄດ້ສ້າງໄວ້ໃນເມື່ອກ່ອນ ພ້ອມທັງເປັນການເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນທາງດ້ານວັດຖຸສິ່ງຂອງ ແລະ ວັດຖຸຈິດໃຈ ກໍຄືການປົກປັກຮັກສາພັດທະນາປະເທດຊາດ, ການປົກປັກຮັກສາອາລິຍະທໍາ ແລະ ປະຕິມະກໍາທາງປະຫວັດສາດ ເພື່ອຈາລຶກຄຸນງາມຄວາມດີ, ວິລະກໍາຂອງພະເຈົ້າໄຊຍະເຊດຖາທິຣາດ ທີ່ໄດ້ນໍາພາຕໍ່ສູ້ປົກປັກຮັກສາອານາຈັກລາວລ້ານຊ້າງ ເຊິ່ງເປັນເຈົ້າກະສັດອົງທີ 2 ທີ່ໄດ້ຮັບການສະຖາປະນາຂຶ້ນເປັນ ມະຫາຣາດ ຂອງລາຊະວົງຊຽງທອງລ້ານຊ້າງ.
