ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ຕ້ອນຮັບ ຮອງຫົວຫນ້າອົງການຜູ້ຕ່າງຫນ້າກະຊວງຕຳຫລວດ ສສ. ຫວຽດນາມ ປະຈຳລາວ

ທີ່ສູນກາງແນວລາວສ້າງຊາດ ໃນວັນທີ 8 ທັນວາ 2022 ນີ້, ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ພັນເອກ ບຸຍເທຕີ່ງ ຮອງຫົວຫນ້າອົງການຜູ້ຕ່າງຫນ້າກະຊວງຕຳຫຼວດ ສສ.ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະ.

ທ່ານ ຈັນເພັງ ສຸດທິວົງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການມາຢ້ຽມຢາມ ສູນກາງແນວລາວສ້າງຊາດ ຂອງຄະນະໃນຄັ້ງນີ້.  ພ້ອມທັງໄດ້ຍົກໃຫ້ເຫັນເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ ແລະ ກ່າວວ່າອົງການແນວລາວສ້າງຊາດ ໄດ້ມີການພົວພັນຮ່ວມມືກັບ 4 ອົງການຈັດຕັ້ງຂອງ ສສ ຫວຽດນາມ ເຊິ່ງໃນໄລຍະຜ່ານມາ ໄດ້ມີການສົ່ງຄະນະຜູ້ແທນໄປແລກປ່ຽນບົດຮຽນ ແລະ ຍົກລະດັບວຽກງານສາສະໜາ, ວຽກງານຊົນເຜົ່າ, ວຽກງານຂົນຂວາຍປະຊາຊົນ, ວຽກງານແນວໂຮມ ແລະ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ ແລະ ຮ່ວມມືກັນພັດທະນາ ທີ່ໄດ້ຈັດຂຶ້ນຢູ່ແຂວງສະຫວັນນະເຂດ ໂດຍຫຍໍ້ໃຫ້ຄະນະໄດ້ຮັບຊາບ.

ທ່ານ ພັນເອກ ບຸຍເທຕີ່ງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ທີ່ໄດ້ຕ້ອນຮັບຄະນະຂອງທ່ານຢ່າງອົບອຸ່ນ.

info@lfnd.org.la | 021 213754 | (856-21) 453191