ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ ລົງຢ້ຽມຢາມ ແລະ ມອບຄອມພິວເຕີ ໃຫ້ບ້ານນາຊົມ ເມືອງວັງວຽງ ແຂວງ ວຽງຈັນ, ໃນວັນທີ 14 ມີນາ 2021 ນີ້, ທີ່ແຫຼ່ງທ່ອງທ່ຽວຕາດຫ້ອຍສ້ານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີສຸພັນ ວັດທະນາວົງ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດ ເມືອງວັງວຽງ, ມີທ່ານ ລີຢ່າງ ເລຂາພັກບ້ານ, ນາຍບ້ານໆນາຊົມ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ຄູອາຈານຈໍານວນໜຶ່ງເຂົ້າຮ່ວມ.
ທ່ານ ຮອງປະທານ ສນຊ ໄດ້ໃຫ້ຮູ້ຕື່ມວ່າ: ໃນ ສປປ ລາວ ມີ 50 ຊົນເຜົ່າ, ແຕ່ລະຊົນເຜົ່າມີວັດທະນະທໍາ, ຮີດຄອງ , ປະເພນີ ແລະ ຄວາມເຊື່ອຕ່າງກັນ ໂດຍສະເພາະແມ່ນວັນບຸນຕ່າງໆ, ການສ້າງຄອບຄົວໃຫມ່ ແລະ ຄວາມເຊື່ອຖື. ວັນບຸນຂອງແຕ່ລະຊົນເຜົ່າ ໄດ້ຈັດຕັ້ງການສະເຫຼີມສະຫຼອງ ຕາມໄລຍະລະດູການແຕກຕ່າງກັນໃນແຕ່ລະປີ ແລະ ການປະຕິບັດບາງຮີດຄອງປະເພນີຂອງຕົນດ້ວຍຮູບການ ແລະ ເນື້ອໃນສະເພາະຂອງຊົນເຜົ່າ. ສິ່ງເຫຼົ່ານັ້ນ ມີຄວາມຫມາຍສໍາຄັນ ແລະ ດໍາເນີນດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ມີຄວາມສາມັກຄີຮັກແພງກັນ, ມີຄວາມສະຫງົບ, ຮັກສາໄດ້ຮີດຄອງປະເພນີທີ່ເປັນເອກະລັກຂອງຊາດ ແລະ ຂອງບັນດາຊົນເຜົ່າ. ແຕ່ວ່າມີບາງຊົນເຜົ່າການສະເຫຼີມສະຫຼອງວັນບຸນ ແລະ ການປະຕິບັດບາງຮີດຄອງປະເພນີ ຊ້ໍາພັດສຸມໃສ່ບາງດ້ານເປັນຈຸດຫນັກ, ແກ່ຍາວເວລາ ແລະ ມີກິດຈະກໍາຈໍານວນຫນຶ່ງທີ່ບໍ່ແທດເຫມາະກັບຍຸກສະໄຫມ ຈິ່ງສົ່ງຜົນສະທ້ອນຕໍ່ການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ ຮີດຄອງປະເພນີອັນດີງາມ ໃຫ້ຂະຫຍາຍຕົວ ແລະ ຄົງຕົວຄູ່ກັບຊາດ ແລະ ບັນດາຊົນເຜົ່າຢ່າງຍາວນານ.
ສໍາລັບຊົນເຜົ່າມົ້ງ ມີວັນບຸນ ຊື່ເອີ້ນວ່າ ບຸນນໍ່ເປ້ເຈົ້າ (ບຸນກິນຈຽງ) ຕາມພາສາຂອງຊົນເຜົ່າມົ້ງ ໃຫ້ມີຄວາມເປັນເອກະພາບໃນການຈັດບຸນນໍ່ເປ້ເຈົ້າ ໂດຍເລີ່ມຈາກການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ໃນຕອນແລງແຮມ 14 ຄໍ່າ ເດືອນຈຽງ (ເດືອນ 1) ປີ ພສ ກົງກັບເດືອນ ທັນວາ (ເດືອນ 12) ປີ ຄສ, ເວລາຈັດບຸນນໍ່ເປ້ເຈົ້າ ແມ່ນ 03 ວັນ ນັບແຕ່ວັນຂຶ້ນໃຫມ່ 1 ຄໍ່າ, 2 ຄ່າ ແລະ 3 ຄ່ໍາຂອງເດືອນຍີ່ (ເດືອນ 2) ປີ ພສ. ການສະຫຼອງວັນບຸນເພື່ອໃຫ້ມີບັນຍາກາດສ້າງສັນສາມັກຄີຮັກແພງ, ມີຄວາມເບີກບານມ່ວນຊື່ນ ທັງເປັນການຊຸກຍູ້ການສ້າງສາພັດທະນາເສດຖະກິດ, ສັງຄົມ ແລະ ຄອບຄົວ ອາດຈະຈັດການສະເຫຼີມສະຫຼອງຮ່ວມໝູ່ ຫຼື ຈັດເທດສະການ ນໍ່ເປ້ເຈົ້າ ຢູ່ບາງຈຸດຂອງທ້ອງຖິ່ນ ຕາມຄວາມເຫມາະສົມ.
ໃນໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ກ່າວມອບຄອມພິວເຕີຕັ້ງໂຕະ ຈໍານວນ 3 ຊຸດ, ເຄື່ອງປຼິນເຕີ 1 ເຄື່ອງ ລວມມູນຄ່າ 10 ລ້ານກີບ ໃຫ້ແກ່ຫ້ອງການບ້ານນາຊົມ 1 ຊຸດ ແລະ 2 ຊຸດແມ່ນມອບໃຫ້ແກ່ໂຮງຮຽນປະຖົມສົມບູນນາຊົມ ເພື່ອຮັບໃຊ້ເຂົ້າໃນວຽກງານການສິດສອນໃຫ້ແກ່ນ້ອງນ້ອຍນັກຮຽນ ກ່າວຮັບໂດຍທ່ານ ນາຍບ້ານໆນາຊົມ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສູນກາງແນວລາວສ້າງຊາດ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະເອົາອຸປະກອນຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕ່າງໆ ຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ.