ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ລົງເຄື່ອນໄຫວເຮັດວຽກຢູ່ແຂວງ ຫຼວງພະບາງ

ໃນຕອນເຊົ້າຂອງວັນທີ 15/06/2020, ທ່ານ ເຍຍເກີຢ່າ ໜໍຈໍ່ຈົງຕົວ, ຮອງປະທານ ສນຊ ພ້ອມຄະນະ ໄດ້ພົບປະເຮັດວຽກກັບ ຄະນະກຳມະການແນວລາວສ້າງຊາດແຂວງຫລວງພະບາງ ນຳໂດຍທ່ານ ອອນສີ ຈ່າເພຍວ່າ, ຮອງປະທານແນວລາວສ້າງຊາດແຂວງ ຊຶ່ງທ່ານໄດ້ແຈ້ງສະພາບລວມຂອງແຂວງ, ການເຄື່ອນໄຫວວຽກງານແນວລາວສ້າງຊາດແຂວງ ໂດຍສະເພາະແມ່ນການປັບປຸງການຈັດຕັ້ງຂອງແນວລາວສ້າງຊາດແຂວງໃນທຸກຂັ້ນ ພ້ອມນີ້ກໍໄດ້ຍົກຂໍ້ສະເຫນີຕ່າງໆ ທີ່ໄດ້ຮັບຈາກຄວາມຄິດເຫັນຂອງປະຊາຊົນ ແລະຜ່ານຈາກການປະຕິບັດວຽກງານຂອງແນວລາວສ້າງຊາດແຂວງ. ທ່ານຮອງປະທານ ສນຊ ພ້ອມຄະນະໄດ້ລົງເລິກຊີ້ນຳ ບາງວຽກງານສຳຄັນຂອງແນວລາວສ້າງຊາດ.

ຈາກນັ້ນ, ຄະນະສູນກາງແນວລາວສ້າງຊາດດັ່ງກ່າວ ໄດ້ເຂົ້າພົບປະເຮັດວຽກກັບທ່ານ ສຸກັນ ບຸນຍົງ, ຮອງເຈົ້າແຂວງຫລວງພະບາງ. ທ່ານຮອງປະທານ ສນຊ ໄດ້ແຈ້ງຈຸດປະສົງ ແລະ ແຈ້ງຜົນການເຮັດວຽກກັບ ຄະນະກຳມະການແນວລາວສ້າງຊາດແຂວງ ຊຶ່ງທ່ານຮອງເຈົ້າແຂວງກໍເຫັນດີສະໜັບສະໜູນຕໍ່ທິດຊີ້ນຳຂອງສນຊ, ພ້ອມນີ້, ທ່ານກໍຍັງແຈ້ງໃຫ້ຊາບ ກ່ຽວກັບທິດຊີ້ນຳຂອງ ຄະນະນຳແຂວງຫລວງພະບາງ ຕໍ່ກັບການພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ 2 ບ້ານໃນເມືອງປາກອູ ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນບໍ່ຄຳ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງປະທານ ສນຊ ພ້ອມຄະນະ ໄດ້ພົບປະເຮັດວຽກກັບ ຄະນະນຳເມືອງປາກອູ ນຳໂດຍທ່ານ ຄຽງຄຳ ຄຳພັນ, ເຈົ້າເມືອງ ພ້ອມຄະນະ. ໃນໂອກາດນີ້ ຄະນະ ໄດ້ຮັບຟັງການແຈ້ງສະພາບວຽກງານແນວລາວສ້າງຊາດເມືອງ, ສະພາບການປ້ອງກັນ ແລະເຝົ້າລະວັງການລະບາດຂອງພະຍາດ ໂຄວິດ-19, ສະພາບການປັບປຸງການຈັດຕັ້ງຢູ່ຂັ້ນບ້ານ, ພ້ອມນີ້ ກໍໄດ້ຮັບຟັງສະພາບຂອງບ້ານ ຕີນຜາ ແລະ ບ້ານ ຜາປົ່ນ ທີ່ຍັງມີບັນຫາການຍົກຍ້າຍ ແລະ ການສ້າງເງື່ອນໄຂທຳມາຫາກິນໃຫ້ປະຊາຊົນສອງບ້ານດັ່ງກ່າວ.

info@lfnd.org.la | 021 213754 | (856-21) 453191