ໃນວັນທີ 11 ພະຈິກ 2020 ຜ່ານມານີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ພຣະອາຈານພົງສະຫວັນ ອານຸສິນ ພ້ອມຄະນະ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ມາມອບໃຫ້ ສນຊ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກຂາດເຂີນຢູ່ແຂວງພາກເໜືອ ເປັນມູນຄ່າ 20 ລ້ານກວ່າກີບ ໂດຍການກ່າວມອບຂອງພຣະ ອາຈານ ພົງສະຫວັນ ອານຸສິນ ກໍາມະການສູນກາງ ອພສ, ທີ່ປຶກສາວຽກງານສາສະໜາ, ວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ພ້ອມດ້ວຍຄະນະ, ກ່າວຮັບໂດຍທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານ ສນຊ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບພຣະອາຈານ ພົງສະຫວັນ ອານຸສິນ ພ້ອມດ້ວຍຄະນະ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ໃຫ້ການອຸປະຖໍາຄັ້ງນີ້, ເຄື່ອງດັ່ງກ່າວພວກເຮົາຈະນໍາໄປມອບໃຫ້ເຖິງມືປະຊາຊົນ ແລະ ໃນວາລະສຸດທ້າຍທ່ານໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ ພຣະອາຈານ ທີ່ໄດ້ມີຄຸນງາມຄວາມດີປະກອບສ່ວນວເຄື່ອງດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.