ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ເຂົ້າຮ່ວມກອງປະຊຸມວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດ

ທ່່ານ ນາງ ຄໍາຈັນ ພົມແສງສະຫັວນ ຮອງປະທານ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານໄອຍະການປະຊາຊົນ ແລະ ວຽກງານອະໄພຍະໂທດ ປະຈໍາປີ 2019 ທີ່ຈັດຂຶ້ນລະຫວ່າງ ວັນທີ 4–5 ກຸມພາ 2020 ທີ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງທ່ານ ຄໍາສານ ສຸວົງ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປົກປ້ອງກົດໝາຍຂັ້ນສູນກາງ ແລະ ທ້ອງຖີ່ນ, ຄະນະກໍາມະການອະໄພຍະໂທດລະດັບຊາດ, ແຂວງ-ນະຄອນຫຼວງ, ບັນດາຫົວໜ້າອົງການໄອຍະການປະຊາຊົນທົ່ວປະເທດ ແລະ ອົງການໄອຍະການທະຫານຂັ້ນສູງ.
ກອງປະຊຸມໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄອຍະການປະຊາຊົນ ປະຈໍາປີ 2019 ແລະ ທິດທາງວຽກງານສຸມປີ 2020 ການເຜີຍແຜ່ຄໍາແນະນໍາຮ່ວມລະຫວ່າງກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ຮ່າງກັບການດໍາເນີນຄະດີຄ້າມະນຸດ, ເຜີຍແຜ່ຄໍາແນະນໍາຮ່ວມເລກທີ 014 ກ່ຽວກັບການແບ່ງຂອບເຂດສິດ ແລະ ໜ້າທີ່ໃນການດໍາເນີນຄະດີອາຍາ, ເລກທີ 015 ກ່ຽວກັບການເອົາພະນັນງານໄປປະຈໍາຢູ່ຄ້າຍຄຸມຂັງ ແລະ ຄ້າຍກັກຂັງ. ກອງປະຊຸມສືບຕໍ່ມື້ທີ່ 2 ກ່ຽວກັບວຽກງານອະໄພຍະໂທດປະຈໍາປີ 2019 ພາຍໃຕ້ການເຂົ້າຮ່ວມເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ. ກໍາມະການກົມການເມືອງສູນກາງພັກ, ຮອງນາຍນົກລັດທະມົນຕີ, ປະທານຄະນະກໍາມະການອະໄພຍະໂທດລະດັບຊາດ. ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄວາມຄິດຄວາມເຫັນຕໍ່ວຽກງານດັ່ງກ່າວຢ່າງກົງໄປກົງມາ.

info@lfnd.org.la | 021 213754 | (856-21) 453191