ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະດັບຊາດ ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975. ໂດຍເປັນປະທານຮ່ວມຂອງທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີບັນດາທ່ານຄະນະຮັບຜິດຊອບອ້ອມຂ້າງສູນກາງ, ກະຊວງ ແລະ ອົງການຕ່າງໆ, ບັນດາທ່ານກອງເລຂາຄະນະຮັບຜິດຊອບການຄົ້ນຄວ້າ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 8 ກຸມພາ 2023 ນີ້.
ກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ພ້ອມທັງເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບຟັງການນຳສະເໜີ 05 ຫົວຂໍ້ຍ່ອຍຄື: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນສອງແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ ປີ 1955-1958; ຊີ້ນໍາຫັນທິດຕໍ່ສູ້ ໂດຍເອົາການຕໍ່ສູ້ ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະ ກົດໝາຍ ໃນໄລຍະ 1959-1962; ການນໍາພາຕໍ່ສູ້ຕີເອົາຍຸດທະສາດສົງຄາມພິເສດ ເພີ່ມທະວີ ປີ 1963-1968; ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງ ປອງດອງຊາດ ປີ 1969-1972; ພາລະກິດນໍາພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ປີ 1973-1975.
ທ່ານ ປອ. ຄໍາພັນ ເຜີຍຍະວົງ ໄດ້ເນັ້ນວ່າ: ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ໃນເທື່ອນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກຳ; ເປັນປະໂຫຍດໃຫຍ່ຫຼວງຕິດແທດຕົວຈິງໃນການຮ່ຳຮຽນເອົາແບບແຜນການດຳລົງຊີວິດ ໂດຍຜ່ານບັນດາຜົນງານການຊີ້ນຳ-ນຳພາ, ພາລະກິດປະຕິວັດ ຂອງເພິ່ນ ໃຫ້ແກ່ການສຶກສາອົບຮົມພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ.