ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ເຂົ້າຮ່ວມພິທີປູກຕົ້ນໄມ້ ຢູ່ເມືອງໄຊທານີ

ທ່ານ ຄຳໄຫຼ ສີປະເສີດ ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ຢູ່ໂຮງຮຽນມັດທະຍົມສົມບູນບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ໜູກີ ສີຫາລາດ ຮັກສາການເລຂາພັກເມືອງ, ເຈົ້າເມືອງໄຊທານີ, ມີບັນດາພະ ແນກການອ້ອມຂ້າງເມືອງ, ພໍ່ແມ່ປະຊາຊົນ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ຂອງໂຮງຮຽນທົ່ງມັ່ງ ເຂົ້າຮ່ວມ, ໃນວັນທີ 01 ມິຖຸນາ 2023.

ໃນພິທີ, ໄດ້ຮັບຟັງການລາຍງານຜົນງານການເຄື່ອນໄຫວວຽກງານສົ່ງເສີມການປູກຕົ້ນໄມ້ ປະຈຳປີ 2021-2022 ຂອງເມືອງໄຊທານີ ໂດຍຫຍໍ້; ພ້ອມກັນນັ້ນ, ທ່ານຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານດັ່ງກ່າວ ໃນໄລຍະຜ່ານມາ ແລະຊົມເຊີຍຕໍ່ເມືອງ ທີ່ໄດ້ຈັດພິທີທີ່ມີຄວາມໝາຍຄວາມສຳຄັນນີ້ຂຶ້ນ ເພື່ອພ້ອມກັນປູກຕົ້ນໄມ້ໃຫ້ເປັນຂະບວນ, ເປັນການປະຕິບັດຕາມຍຸດທະສາດ ຂອງຂະແໜງປ່າໄມ້ ທີ່ໄດ້ວາງຄາດ ໝາຍໄວ້ໃຫ້ອັດຕາປົກຫຸ້ມຂອງປ່າ ບັນລຸ 70% ໃນປີ 2025 ເພື່ອສ້າງຄວາມສົມດູນໃຫ້ແກ່ທຳມະຊາດ ແລະສິ່ງທີ່ມີຊີວິດ, ສ້າງຄວາມຊຸ່ມເຢັນໃຫ້ຜືນແຜ່ນດິນ ຕາມນະໂຍບາຍພັດທະນາເສດຖະກິດ ຕາມທິດສີຂຽວ ແລະຍືນຍົງ; ໃນນີ້, ທ່ານຮອງປະທານ ສນຊ ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ແລະ ຊາວໜຸ່ມ-ເຍົາວະຊົນ ຈົ່ງສືບຕໍ່ຮ່ວມກັນປູກຕົ້ນໄມ້ທົດແທນ ແລະປົກປັກຮັກສາຕົ້ນໄມ້ທີ່ປູກ ໃຫ້ມີການເຕີບໃຫຍ່.

ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມອບເຄື່ອງໂທລະໂຄ່ງ ຈຳນວນໜຶ່ງຊຸດ ແລະເຄື່ອງອຸປະກອນການສຶກສາ ຈຳນວນໜຶ່ງ ໃຫ້ໂຮງຮຽນທົ່ງມັ່ງ ລວມເປັນມູນຄ່າ 18 ລ້ານກວ່າກີບ.

ຂ່າວ+ພາບ: ເຢ້

ບກ: ຈິດຕະພົງ

info@lfnd.org.la | 021 213754 | (856-21) 453191