ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ຢູ່ແຂວງເຊກອງ

ໃນວັນທີ 24 ມັງກອນ 2021 ສູນກາງແນວລາວສ້າງຊາດນຳທີມໂດຍ ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ນາງ ສີສຸພັນ ບຸດດາວຽງ ພັນລະຍາການນຳສູນກາງແນວລາວສ້າງຊາດ, ພຣະອາຈານພົງສະຫວັນ ອານຸສິນ ຄະນະບໍລິຫານງານສູນກາງ ອົງການພຸດທະສາສນາ ສຳພັນແຫ່ງ ສປປລາວ,ປະທານມູນນິທິຊ່ວຍເຫລືອຄົນທຸກຍາກສາຂານະຄອນຫລວງວຽງຈັນ, ຄະນະທີ່ປຶກສາວຽກງານຊັ້ນຄົນການຈັດຕັ້ງທາງສັງຄົມ ແລະ ວຽກງານສາສະໜາຂອງສູນກາງແນວລາວສ້າງຊາດ ແລະ ທ່ານ ອູສະຫວັນ ທ່ຽງເທບວົງສາ ພ້ອມຄະນະສະຫະກອນສົ່ງເສີມກະສິກຳຄົບວົງຈອນພາກໄຕ້ໄດ້ນຳເອົາອາຍອຸ່ນໄປມອບໃຫ້ປະຊາຊົນ 450 ຫຼັງຄາເຮືອນໃນ 9 ຫມູ່ບ້ານໃນເມືອງດາກຈຶງແຂວງເຊກອງ ເປັນມູນຄ່າ 45.500.000ກີບ ເພື່ອແບ່ງເບົາຄວາມທຸກຍາກ ຂອງປະຊາຊົນ.

info@lfnd.org.la | 021 213754 | (856-21) 453191