ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສນຊ ເຂົ້າຮ່ວມພິທີຕັກບາດ ໃນງານບຸນນະມັດສະການ ພະທາດສີໂຄດ ບູນ ວັດເມືອງເກົ່າ ເມືອງທ່າແຂກ ແຂວງຄຳມ່ວນ

ໃນຕອນເຊົ້າຂອງວັນທີ 28 ມັງກອນ 2021, ທ່ານ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານ ສນຊ ເຂົ້າຮ່ວມພິທີຕັກບາດ ໃນງານບຸນນະມັດສະການ ພະທາດສີໂຄດບູນ ວັດເມືອງເກົ່າ ເມືອງທ່າແຂກ ແຂວງຄຳມ່ວນ ໃນໂອກາດທີ່ ສນຊ ຮ່ວມກັບ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ນຳເອົາ ກອງອັດຖະສາມັກຄີ ໄປຕັ້ງອຸທິດເຖິງດວງວິນຍານຂອງ ພຣະເຈົ້າໄຊເສດຖາທິຣາດ ໂດຍການສົມທົບກັບ ອົງການປົກຄອງແຂວງ, ເມືອງທ່າແຂກ ແລະ ພໍ່ແມ່ປະຊາຊົນຊາວແຂວງ ຄຳມ່ວນ ພ້ອມທັງເປັນການລະດົມທຶນປະກອບສ່ວນໃນການສ້າງ ສວນອະນຸສາວະລີ ພຣະເຈົ້າໄຊຍະເສດຖາທິຣາດ ທີ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື.



info@lfnd.org.la | 021 213754 | (856-21) 453191