ສູນກາງແນວລາວສ້າງຊາດ

Lao Front For National Development

ຮອງປະທານ ສູນກາງແນວລາວສ້າງຊາດ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ

ໃນວັນທີ 23 ສິງຫາ 2022 ນີ້, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ພົບປະອົງການປົກຄອງ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າ ຢູ່ຈຸດສຸມພັດທະນາ ບ້ານ ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ເປັນກຽດເຂົ້າຮ່ວມມີທ່ານ ບຸນຄໍາ ໄຊເຍ່ຍລໍ່ວື່ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ທ່ານ ໄທລໍ່ ຫວາເຊັ້ງ ຄະນະປະຈໍາ, ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ, ທ່ານ ບຸນມີ ວໍລະຈັກ, ຄະນະປະຈໍາພັກເມືອງ, ປະທານແນງລາວສ້າງຊາດເມືອງບໍລິຄັນຕະຫຼອດຮອດອົງການປົກຄອງ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ໃນນີ້, ທ່ານ ນ. ຈັນທະຈອນ ອິນທະສານ ເລຂາພັກຮາກຖານ, ນາຍບ້ານ ບ້ານຜາເມືອງ ໄດ້ລາຍງານໃຫ້ຮູ້ວ່າ:ບ້ານຜາເມືອງເປັນ 1 ໃນ 44 ບ້ານ ຂອງເມືອງບໍລີຄັນ ແຂວງບໍລິຄໍາໄຊ, ປະກອບມີ 1.090 ຫຼັງຄາເຮືອນ, ມີ 3 ຊົນເຜົ່າຄື: ຊົນເຜົ່າມົ້ງ, ຊົນເຜົ່າໄຕ ແລະຊົນເຜົ່າອີວມຽນ; ອາຊີບຕົ້ນຕໍຂອງປະຊາຊົນແມ່ນຢືດຖືການປູກຝັງ ແລະ ລ້ຽງສັດເປັນຕົ້ນແມ່ນປູກໄມ້ອຸດສາຫະກໍາຢາງພາລາ, ມັນຕົ້ນ ແລະ ລ້ຽງງົວ-ຄວາຍ ເພື່ອເປັນສິນຄ້າແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນພາຍໃນບ້ານ.

ກ່ອນອື່ນ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານ, ຜົນສໍາເລັດ ຂອງບ້ານທີ່ຍາດມາໄດ້ ແຕ່ຄຽງຄູ່ກັບຜົນງານທີ່ພົ້ນເດັ່ນນີ້, ຮຽກຮ້ອງໃຫ້ອົງການປົກຄອງ, ແນວລາວສ້າງຊາດ ຈົ່ງສືບຕໍ່ປຸກລະດົມ ຂົນຂວາຍປະຊາຊົນບັນດາເຜົ່າຮັກສາມູນເຊື້ອຄວາມສາມັກຄີປອງດອງເປັນປຶກແຜນ, ເປັນຈິດໜຶ່ງໃຈດຽວ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຊຸກຍູ້ປະຊາຊົນລາວບັນດາເຜົ່າ ພາຍໃນບ້ານເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຊຸກຍູ້ຂະບວນການຜະລິດເປັນສິນຄ້າຕາມທ່າແຮງບົ່ມຊ້ອນຂອງແຕ່ລະຄອບຄົວ ເພື່ອແນ່ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າ ລຸດພົ້ນອອກຈາກຄວາມດ້ວຍພັດທະນາເທື່ອລະກ້າວ, ເສີມຂະຫຍາຍຮິດຄອງປະເພນີອັນດີງາມ ຂອງປະຊາຊົນບັນດາເຜົ່າໃຫ້ຍືນຍົງຄົງຕົວ, ພ້ອມນີ້, ຕ້ອງຄ່ອຍໆຕີຖອຍຮິດຄອງປະເພນີທີ່ເກົ່າແກ່ຫຼ້າຫຼັງທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ. ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມມີຄວາມຍືນຍົງ, ມີຄວາມສະຖຽນລະພາບ, ມີຄວາມສະຫງົບນັ້ນ, ໃຫ້ແຕ່ລະພາກສ່ວນຕ້ອງເອົາໃຈໃສ່ເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມສະຫງົບສ້າງຖານສະໜາມສົງຄາມປະຊາຊົນຕ້ອງເລີ່ມຈາກຫົວໜ່ວຍຄອບຄົວຂື້ນມາ, ແຕ່ລະຄອບຄົວຕ້ອງໄດ້ຄຸ້ມຄອງ, ຊີ້ນໍາ, ນໍາພາ, ສຶກສາອົບຮົມໃຫ້ລູກຫຼານຕ້ອງຫ່າງໄກຈາກທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນໃນສັງຄົມ ໃຫ້ລູກຫຼານຕ້ອງເປັນພົນລະເມືອງດີຂອງຊາດ, ປາສະຈາກບັນຫາຢາເສບຕິດ, ຂີ່ລັກງັດແງ່ແລະບັນຫາການຄ້າມະນຸດ, ສືບຕໍ່ພ້ອມກັນຕ້ານແລະສະກັດກັ້ນພະຍາດໂຄວິດ19ແລະພະຍາດຕ່າງໆທີ່ເກີດຂື້ນຕາມລະດູການ, ການດໍາລົງຊີວິດຂອງປະຊາຊົນໃຫ້ຖຶກຕ້ອງຕາມຫຼັກອະນາໄມສາມສະອາດ.

ໃນໂອກາດນີ້ ກໍ່ໄດ້ມອບເງິນຈໍານວນໜຶ່ງທີ່ໄດ້ລະດົມທຶນຈາກຄະນະທີ່ປຶກສາວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ ເພື່ອຊຸກຍູ້ອົງການປົກຄອງ, ແນວລາວສ້າງຊາດ ບ້ານຜາເມືອງ, ກ່າວມອບໂດຍ ທ່ານ ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້ງຊາດ ແລະ ກ່າວຮັບໂດຍ ທ່ານ ນາຍບ້ານໆຜາເມືອງ.

 

info@lfnd.org.la | 021 213754 | (856-21) 453191